ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ-ສິງກ​ະໂປນັບມື້ນັບແທດຈິງ,ມີປະສິດທິຜົນ

ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ-ສິງກ​ະໂປນັບມື້ນັບແທດຈິງ,ມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ພົບ​ປະ​ກັບ
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສິງ​ກາ​ໂປ Halimah Yacob
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 2/4, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ໄດ້ພົບ​ປະ​ກັບທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ສິງ​ກະ​ໂປ Halimah Yacob ພວມ​​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢັ້ງຢືນນະ​ໂຍບາຍສະ​ເໜີ​ຕົ້ນ​ສະ​ເໜີ​ປາຍ​ຂອງ ຫວຽດນາມ ​ແມ່ນຖື​ເປັນ​ສຳ​ຄັນ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ພ້ອມ​ກັບ ສິງ​ກະ​ໂປ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃນ​ທຸກ​ຂົງ​ເຂດ ​ໃຫ້​ນັບ​​ມື້​ນັບກ້າວ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການກໍ່​ສ້າງປະຊາ​ຄົມ​ອາ​ຊຽນ. ບົນ​ພື້ນຖານ​ຄວາມ​ສາມາດ​ບົ່​ມຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງຢູ່, ທ່ານ​ນາຍົກລັດຖະມົນຕີປາດຖະໜາວ່າ 2 ຝ່າຍ​ສະຫງວນ​ບຸລິມະສິດ​ໃຫ້​ ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ລົງທຶນ; ສະ​ເໜີ​ໃຫ້​ຝ່າຍ​ ສິງ​ກະ​ໂປ​ ເອົາ​ໃຈ​ໃສ່​ເພື່ອ​ໃຫ້ 2 ຝ່າ​ຍ​ລົງມື​ກໍ່​ສ້າງ​ເຂດ​ອຸດສາຫະກຳ​ ຫວຽດນາມ -​ ສິງ​ກາ​ໂປ​​ (VSIP) ​ເລກທີ 6 ຢູ່ ​ເງະ​ອານ ​ແລະ ​ເລກທີ 7 ຢູ່​ຫາຍ​ເຢືອງໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີກໍ່ປາດ​ຖະໜາ​ຢາກ​​ໃຫ້ທັງ 2 ປະ​ເທດ​ຊຸກຍູ້​ການເຄື່ອນ​ໄຫວຮ່ວມ​ມື​ກ່ຽວ​ກັບດ້ານ​ແຮງ​ງານ, ການສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ວັດທະນະທຳ, ພົບ​ປະ​ແລກປ່ຽນ​ປະຊາຊົນ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບກວ່າ​ອີກ. ທ່ານນາ​ງປະທານ​ສະພາ​ແຫ່ງ​ຊາດ Halimah Yacob ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ສິງ​ກະໂປ ສະໜັບສະໜູນ​ບັນດາ​ຄວາມມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການລົງທຶນ, ​ເຊິ່ງ VSIP ​ເປັນ​​ແບບຢ່າງທີີ່​ບັນລຸຜົນສ​ຳ​ເລັດ ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ກໍ່​ເນັ້ນ​ໜັກວ່າ, ​ການ​ສຶກສາ-​ບຳລຸງ​ສ້າງ​​ແມ່ນຂົງ​ເຂດ​​ສຳຄັນ​ທີ​່ສຸດ ​ແລະ ສິງ​ກະ​ໂປ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ; ພ້ອມ​ກັນ​ນັ້ນ, ທັງ 2 ຝ່າຍ​ຕ້ອງ​ແລກປ່ຽນ​ຄະນະ​ຜູ້​ແທນ​, ພົບ​ປະ​ແລກປ່ຽນ​ປະຊາຊົນ​ເປັນ​ປະຈຳ ເພື່ອ​ເພີ່ມທະວີ​ຄວາມ​​ເຂົ້າ​ອົກເຂົ້າ​ໃຈ​ລະຫວ່າງ 2 ຊາດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ນາງ​ສະພາ​ແຫ່ງ​ຊາດ ສິງ​ກະໂປ ກໍ່​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ວຽກງານ​​ສ້າງ​ປະຊາ​ຄົ​ມອາ​ຊຽນ ​ແລະ ອວຍພອນ​ ຫວຽດນາມ ທີ່​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສະຫະພັນລັດຖະສະພາ​ສາກົນ IPU-132 ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ