ທ່ານ ຮ່ວາງກວາງຟ່ອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: dddn.com.vn)
|
(vovworld) - ຕອນເຊົ້າວັນທີ 3/6, ຢູ່ຮ່າໂນ້ຍ, ຄະນະກຸ່ມວິສາຫະກິດສູນກາງສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງ ກອງປະຊຸມດ້ວຍຫົວຂໍ້ວ່າ “ບັນດາສັນຍາການຄ້າແບບໃໝ່ ແລະ ການກະທຳຂອງໄວໜຸ່ມກຸ່ມວິສາຫະກິດສູນກາງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່ວາງກວາງຟ່ອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ: ເມື່ອປະຕິບັດບັນດາ FTA ແບບໃໝ່, ລະດັບການໃຫ້ຄຳໝັ້ນສັນຍາຂອງ ຫວຽດນາມ ຈະເລິກເຊິ່ງ, ກ້ວາງຂວາງກ່ຽວກັບດ້ານການຄ້າ, ການບໍລິການ, ການລົງທຶນກ່ວາອີກ. ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ ຫວຽດນາມ ມີຄຳໝັ້ນສັນຍາເລິກເຊິ່ງ, ກ້ວາງຂວາງກ່ວາກ່ຽວກັບບັນດາເນື້ອໃນທີ່ບໍ່ເຄີຍມີມາກ່ອນຄື: ແຮງງານ, ສິ່ງແວດລ້ອມ, ການຄ້າເອເລັກໂຕນິກ… ເພື່ອເຊື່ອມໂຍງສຳເລັດຜົນ, ບັນດາວິສາຫະກິດຕ້ອງປະຕິບັດວິວັດທະນາການສ້າງໂຄງປະກອບການເຄື່ອນໄຫວຂອງຕົນຄືນໃໝ່. ທ່ານ ຮ່ວາງກວາງຟ່ອງ, ເນັ້ນໜັກວ່າ:
“ເພື່ອເຊື່ອມໂຍງວິສາຫະກິດພວກເຮົາຕ້ອງມີຄວາມຕັດສິນໃຈສູງໃນການສ້າງໂຄງປະກອບວິສາຫະກິດຄືນໃໝ່, ເອົາໃຈໃສ່ລົງທຶນເຂົ້າບັນດາຂົງເຂດດຳເນີນທຸລະກິດຫຼັກແຫຼ່ງ. ສ້າງໂຄງປະກອບກ່ຽວກັບທຶນຮອນ, ແຮງງານ, ວິທະຍາສາດ, ເຕັກໂນໂລຢີ, ກຳລັງການຄຸ້ມຄອງນັບທັງການຄຸ້ມຄອງຄວາມສ່ຽງ. ດັ່ງນັ້ນກຸ່ມບັນດາວິສາຫະກິດສູນກາງຕ້ອງສ້າງໂຄງປະກອບຄືນໃໝ່ຢ່າງຂ້ຽວຂາດກ່ວາເພື່ອມີເງື່ອນໄຂປະຕິບັດເມື່ອມີບັນດາກາລະໂອກາດໂດຍບັນດາສັນຍານຳມາໃຫ້.”