ບຸກໂຈມຕີດ້ວຍມິດໃນລົດໄຟ

ບຸກໂຈມຕີດ້ວຍມິດໃນລົດໄຟ - ảnh 1
ບ​ຸກ​ໂຈມ​ຕ​ີ​ດ້ວຍ​ມິດ​​ໃນລົດ​ໄຟ
(ພ​າບ: Getty)

(vovworld) - ວັນ​ທີ 13/08, ຕະ​ຫຼວດ​ສະ​ວິດ ໃຫ້​ຮູ້​ວ່າ, ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ຈູດເຜົາ ແລະ ​​​ໃຊ້ມິດ​ແທງເຂົ້າ​ຜູ້​ໂດຍ​ສານ​ຫຼາຍ​ຄົນ​ໃນ​​ຕູ້ 1 ຂອງລົດ​ໄ​ຟ, ເຮັດ​ໃຫ້ 6 ຄົນ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີິ​ເດັກ​ອາ​ຍຸ 6 ປີ. ແຈ້ງ​ການ​ຂອງ​ຕະ​ຫຼວດ​ເຂດ Saint Gallen ໃຫ້​ຮູ້​ວ່າ, ເປົ້າ​ໝາຍ​ດັ່ງ​ກ່າວມີ​ອາ​ຍຸ 27 ປີ ແລະ ແມ່ນ​ພົນ​ລະ​ເມືອງ​ສະ​ວິດ ໄດ້​ປະ​ຕິ​ບັດ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ ໃນ​ລົດ​ໄຟ​ພວມ​ເດີນ​ທາງ​​ໄປ​ຍັງ​ເ​ຂດ​ຕາ​ເວັນ​ອອກ​ໄກ ຂອງ​ສະ​ວິດ, ຕິດ​ກັບ​ເຂດ​ຊາຍ​ແດນ Liechtenstein. ມີ​ບາງ​ຄົນ​ຖືກ​ບາດ​ເຈັບ​ໜັກ. ​​ບັນ​ດາເຈົ້າ​ໜ້າ​ທີ່​ໄ​ອ​ຍະ​ການ​ເຂດ Saint Gallen ໄດ້​ເປີດ​ການ​ສືບ​ສວ​ນ​ຄະ​ດີ​ອາ​ຍາ​ສຳ​ລັບ​ເຫດ​ບຸກ​ໂຈ​ມ​ຕີນີ້. 

ຂ່າວ/ບົດ​ອື່ນ