ບິ່ງ​ດິ້ງ ຮັບ​ພົນ​ລະ​ເມືອງ 343 ຄົນ ຈາກ ຍີ​່​ປຸ່ນ ກັບ​ເມືອ​ປະ​ເທດ​ເພື່ອ​ຫຼົບ​ຫຼີກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສະຖານທີ່ແຍກຕົວ 2 ແຫ່ງ ຂອງ ກອງພັນໃຫຍ່ທະຫານລາບ 739, ກອງບັນຊາການທະຫານແຂວງ ບິ່ງດິ້ງ ໄດ້ຮັບພົນລະເມືອງ 343 ຄົນ ຈາກ ຍີ່ປຸ່ນ ກັບຄືນເມືອປະເທດເພື່ອຫຼົບຫຼີກໂລກລະບາດໂຄວິດ - 19. 
ບິ່ງ​ດິ້ງ ຮັບ​ພົນ​ລະ​ເມືອງ 343 ຄົນ ຈາກ ຍີ​່​ປຸ່ນ ກັບ​ເມືອ​ປະ​ເທດ​ເພື່ອ​ຫຼົບ​ຫຼີກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ການວັດແທກອຸນຫະພູມຮ່າງກາຍ ກ່ອນເຂົ້າສະຖານທີ່ແຍກຕົວ 

ວັນທີ 18 ມີນາ, ສະຖານທີ່ແຍກຕົວ 2 ແຫ່ງ ຂອງ ກອງພັນໃຫຍ່ທະຫານລາບ 739, ກອງບັນຊາການທະຫານແຂວງ ບິ່ງດິ້ງ ໄດ້ຮັບພົນລະເມືອງ 343 ຄົນ ຈາກ ຍີ່ປຸ່ນ ກັບຄືນເມືອປະເທດເພື່ອຫຼົບຫຼີກໂລກລະບາດໂຄວິດ - 19. ພາຍຫຼັງກັບມາຮອດສະໜາມບິນ, ຈຳນວນພົນລະເມືອງດັ່ງກ່າວ ໄດ້ຮັບການແນະນຳໃຫ້ແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລ້ວສົ່ງໄປຍັງສະຖານທີ່ແຍກຕົວ. ພ້ອມກັນນັ້ນ, ແຈກຢາຍຜ້າອັດປາກ - ດັງ, ນ້ຳຢາຂ້າເຊື້ອ, ເຄື່ອງໃຊ້ສອຍ, ແນະນຳວິທີປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຈັດບ່ອນກິນ, ບ່ອນຢູ່ໃຫ້ເປັນທີ່ຮຽບຮ້ອຍ. ເວລາປະຕິບັດການແຍກຕົວແມ່ນ 14 ວັນ. 

ຕອບກັບ

ຂ່າວ/ບົດ​ອື່ນ