ບັນຍາກາດຕ້ອນຮັບ ບຸນປີໃໝ່ປະຈຳຊາດ ຢູ່ຫວຽດນາມ
(ພາບ:giaoduc.net.vn)
(vovworld) - ຕອນຄ່ຳວັນທີ 9/2, ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ໄດ້ດຳເນີນໄປຢ່າງຟົດຟື້ນມ່ວນຊື່ນໃນທົ່ວປະເທດຫວຽດນາມ, ຈາກເຂດທົ່ງພຽງຕະຫຼອດຮອດເຂດພູດອຍ, ເຂດໝູ່ເກາະທະເລທີ່ຫ່າງໄກ.
ຢູ່ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ປະຊາຊົນແລະ ແຂກທ່ອງທ່ຽວນັບໝື່ນໆຄົນໄດ້ລົງບັນດາເຂດໃຈກາງຊົມບັ້ງໄຟດອກ ແລະ ເຂົ້າວັດຂໍໂຊກຂໍລາບ. ຢູ່ນະຄອນດ່ານັງ, ປະຊາຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນໄດ້ໄປຂົວແມ່ນ້ຳຮ່ານ ເພື່ອຊົມບັ້ງໄຟດອກ ແລະ ໄປທ່ອງທ່ຽວງານຕະຫຼາດນັດດອກໄມ້ລະດູບານໃໝ່. ຢູ່ຄຸ້ມເມືອງເກົ່າໂຮ້ຍອານ-ແຂວງກວາງນາມ-ມໍລະດົກໂລກກໍໄດ້ຈັດບັນດາການເຄື່ອນໄຫວສິລະປະວັດທະນະທຳຢ່າງຟົດຟື້ນມ່ວນຊື່ນເຊັນດຽວກັນ.
ຢູ່ເຂດພູດອຍຮ່າຢາງ, ປີ 2013, ຂະແໜງວັດທະນະທຳ-ກິລາ ແລະ ການທ່ອງທ່ຽວແຂວງຮ່າຢາງ ສືບຕໍ່ສ້າງພື້ນຖານການທ່ອງທ່ຽວທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ໃນຊຸມວັນຕົ້ນປີໃໝ່ມະເສງ, ແຂວງຮ່າຢາງ ສູ້ຊົນຈະຕ້ອນຮັບແຂກທ່ອງທ່ຽວປະມານ 5 ພັນເທື່ອຄົນ. ທ່ານຮ່ວາງວັນກຽນ, ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ການທ່ອງທ່ຽວແຂວງຮ່າຢາງ ໃຫ້ຮູ້ວ່າ:
“ເພື່ອດຶງດູດແຂກທ່ອງທ່ຽວກໍ່ຄືສາມາດເຊີນແຂກທ່ອງທ່ຽວເຂົ້າຮ່ວມບັນດາການເຄື່ອນໄຫວຕ້ອນຮັບປີໃໝ່, ລະດູບານໃໝ່ຂອງປະຊາຊົນຊົນເຜົ່າສ່ວນໜ້ອຍຄື: ຈັດການແຂ່ງຂັນດຳນາ, ຊົນຄວາຍ, ຈັດພິທີຕ້ອນຮັບປີໃໝ່ຂອງຊາວເຜົ່າຢ້າວ, ການເຫຼື້ອມໃສສາສະໜາຂອງຊາວຊົນເຜົ່າສ່ວນໜ້ອຍຄື: ໂລໂລ, ປູແປວ, ປາແຖນ…“