ບັນຍາກາດເລີ່ມທຸລະກິດໃນເດືອນ 01/2017
(ພາບປະກອບ)
(vovworld) – ທົ່ວປະເທດມີວິສາຫະກິດຈົດລະບຽນສ້າງຕັ້ງໃໝ່ແມ່ນເກືອບ 9000 ແຫ່ງ, ເພີ່ມຂື້ນ 8,1% ກ່ຽວກັບຈຳນວນວິສາຫະກິດ ແລະ ເພີ່ມຂຶ້ນ 52,3% ກ່ຽວກັບທຶນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ບັນດາວິສາຫະກິດສ້າງຕັ້ງໃໝ່ ຄາດວ່າຈະສ້າງວຽກເຮັດງານທຳ ຕື່ມອີກໃຫ້ສັງຄົມກ່ວາ 100.000 ວຽກງານ. ໜ້າເອົາໃຈໃສ່ແມ່ນ ຈຳນວນວິສາຫະກິດເຄື່ອນໄຫວຄືນໃໝ່ໃນເດືອນ 1 ກໍ່ເພີ່ມຂຶ້ນເມື່ອທຽບໃສໄລຍະດຽວກັນຂອງປີ 2016. ບັນດາຂະແໜງດຶງດູດເງິນລົງທຶນຈາກສັງຄົມແມ່ນຂະແໜງລະຫຼີ້ນບັນເທີງ, ສາທາລະນະສຸກ ແລະ ການເຄື່ອນໄຫວໜູນຊ່ວຍສັງຄົມ.