ບັນດາກຸ່ມຝ່າຍຄ້ານຊີຣີ ເລີ່ມຕົ້ນການເຈລະຈາຢູ່ລັດເຊຍ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 26/01, ບັນດາກຸ່ມຝ່າຍຄ້ານຢູ່ຊີຣີ ໄດ້ເລີ່ມຈັດການເຈລະຈາຢູ່ນະຄອນຫຼວງມົດສກູ, ປະເທດລັດເຊຍ ເປັນເວລາ 4 ວັນ, ເພື່ອແນໃສ່ຊອກຫາບັນດາມາດຕະການຢຸດຕິການປະທະກັນຢູ່ປະເທດພາກຕາເວັນອອກກາງທີ່ແກ່ຍາວເປັນເວລາເກືອບ 4 ປີຜ່ານມາ. ຕາມແຈ້ງການຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Mikhail Bogdanov ແລ້ວ, ມີຜູ້ຕາງໜ້າບັນດາກຸ່ມຝ່າຍຄ້ານ 25 ຄົນໄດ້ເຂົ້າຮ່ວມກອງປະຊຸມລັບເຊິ່ງຖືກຈັດຂຶ້ນໃນເວລາ 15 ໂມງ (ຕາມເວລາຫວຽດນາມ). ເຂົ້າຮ່ວມການເຈລະຈາຄັ້ງນີ້, ມີພຽງພັກຝ່າຍຕ່າງໆຢູ່ຊີຣີ ເທົ່ານັ້ນ ແລະ ບໍ່ມີຜູ້ຕາງໜ້າຂອງປະຊາຄົມໂລກ. ຕາມແຜນການ, ໄລຍະທີ 1 ຂອງວິວັດທະນາການເຈລະຈາ ຈະຖືກດຳເນີນໄປແຕ່ວັນທີ 26 – 27/01 ສະຫງວນໃຫ້ບັນດາກຸ່ມຝ່າຍຄ້ານຢູ່ຊີຣີ; ໄລຍະທີ 2 ເລີ່ມດຳເນີນແຕ່ວັນທີ 28 – 29/01 ຈະມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນທີ່ຕາງໜ້າໃຫ້ລັດຖະບານຂອງທ່ານປະທານາທິບໍດີຊີຣີ Bashar al Assad, ໂດຍທ່ານ Bashar Jaafari, ຜູ້ຕາງໜ້າຂອງຊີຣີ ປະຈຳສະຫະປະຊາຊາດ ເປັນຫົວໜ້າຄະນະ. ແຕ່ວ່າ, ສຳພັນທະມິດຊົນຊາດ, ກຸ່ມຝ່າຍຄ້ານພັດຖິ່ນໃຫຍ່ກວ່າໝູ່ຢູ່ຊີຣີ ຕົກລົງປະຕິເສດບໍ່ເຂົ້າຮ່ວມການເຈລະຈາຄັ້ງນີ້.