(VOVWORLD) - ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 74ປີ (2/9/1945-2/9/2019), ການນຳ ບັນດາປະເທດສາທາລະນະລັດນິກາຣາກວາ, ສາທາລະນະລັດປານາມາ, ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈອ້ງ.
ທ່ານປະທານພັກກອມມູນິດຈິເລ Guillermo Taillier del Valle ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານເລຂາທິການໃຫ່ຍ, ປະທານປະເທດຫງວຽນຝູຈອ້ງ.
ໃນໂອກາດນີ້, ທ່ານ Jorge Arreaza ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດໂບລິີເວຍກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.