ບັນດາການເຄື່ອນໄຫວທີ່ງານບຸນອາຊຽນຢູ່ເອີລົບໄດ້ດຳເນີນຢ່າງຟົດຟື້ນ
(ພາບປະກອບ)
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຜູ້ຕາງໜ້າບັນດາປະເທດອາຊຽນ ຢູ່ອັງກິດ ແລະ ນອກແວ ໄດ້ມີບັນດາລາຍການ ພົບປະແລກປ່ຽນວັດທະນະທຳທີ່ສ້າງຄວາມປະທັບໃຈທີ່ສຸດ, ໃຫ້ແກ່ຜູ້ທີ່ເຂົ້າຮ່ວມ ກ່ຽວກັບອາຊຽນທີ່ເປັນຫຼາຍຮູບຫຼາຍແບບ ດ້ານວັດທະນະທຳ, ທີ່ເຕັມໄປດ້ວຍຄວາມຮັກແພງແຂກຄົນ ແລະ ຂະຫຍັນ ຂັນເຄື່ອນ ທີ່ນະຄອນຫຼວງລອນດອນ, ຄະນະກຳມະການອາຊຽນ ປະຈຳ ອັງກິດ ໄດ້ຈັດຕັ້ງວັນບຸນຄອບຄົວອາຊຽນ ໂດຍມີການເຂົ້າຮ່ວມ ຂອງ ກວ່າ 400 ຄົນ ທີ່ມາຈາກ 10 ປະເທດອາຊຽນ ແລະ ຜູ້ຕາງໜ້າຂອງກະຊວງການຕ່າງປະເທດອັງກິດ. ນີ້ແມ່ນໂອກາດ ເພື່ອໃຫ້ພົນລະເມືອງ ອາຊຽນ ຜູກພັນກັນ ແລະ ພ້ອມກັນເຂົ້າຮ່ວມບັນດາການລະຫຼີນພື້ນເມືອງ ຂອງແຕ່ລະປະເທດ ແລະ ຮັບປະທານອາຫານທີ່ເປັນມູນເຊື້ອ ໂດຍສະຖານທູດບັນດາປະເທດອາຊຽນ ແນະນຳ.
ກ່ອນໜ້ານັ້ນ ຢູ່ນະຄອນຫຼວງ Oslo (ນອກແວ), ສະຖານທູດຫວຽດນາມ ພ້ອມກັບບັນດາສະຖານທູດອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ໄທ ໄດ້ຈັດຕັ້ງຄ່ຳຄືນແຫ່ງວັດທະນະທຳອາຊຽນ ປີ 2016 ເພື່ອແນໃສ່ເພີ່ມທະວີການໂຄສະນາເຜີຍແຜ່ ກ່ຽວກັບອາຊຽນ ຢູ່ ນອກແວ. ຄ່ຳຄືນແຫ່ງວັດທະນະທຳອາຊຽນ ປີ 2016 ໄດ້ດຳເນີນໄປດ້ວຍລາຍການຫຼາຍຮູບແບບ, ປະກອບມີບັນດາວາດຟ້ອນ, ທຳນອງບົດເພງພື້ນເມືອງ ແລະ ງານລ້ຽງດ້ວຍອາຫານບາງເຍື່ອງທີ່ເປັນມູນເຊື້ອ ໂດຍສະຖານທູດຂອງ 5 ປະເທດ ແນະນຳ. ຄ່ຳຄືນແຫ່ງວັດທະນະທຳອາຊຽນ ປີ 2016 ກໍ່ເປັນໜຶ່ງໃນບັນດາການເຄື່ອນໄຫວ ການທູດດ້ານວັດທະນະທຳຂອງສະຖານທູດຫວຽດນາມ ປະຈຳ ນອກແວ ແນໃສ່ໂຄສະນາເຜີຍແຜ່ ກ່ຽວກັບວັດທະນະທຳຫວຽດນາມ ຢ່າງຕັ້ງໜ້າ, ເພື່ອດຶງດູດຄວາມສົນໃຈ ຂອງຊາວນອກແວ ແລະ ເພື່ອນມິດສາກົນກວ່າອີກ