ບັນດາການເຄື່ອນໄຫວທີ່ມີຄວາມໝາຍໃນວັນບຸນຄິດສະມາດທົ່ວໂລກ
(VOVWORLD) -ນະຄອນເບັດເລເຮັມ ຂຶ້ນກັບດິນແດນຂອງຊາວປະແລດສະຕິນ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳ ຈໍແດນ ແຫ່ງທີ່ພະເຢຊູກຳເນິດຂຶ້ນພວມຕ້ອນຮັບແຂກທ່ອງທ່ຽວມາຕ້ອນຮັບວັນບຸນຄິດສະມາດ
ບັນຍາກາດວັນບຸນຄິດສະມາດຢູ່ໂກລົມເບຍ |
ທີ່ພິທີສະເຫຼີມສະຫຼອງ, ສັງຄະນາຍົກເຂດເຢລູຊະແລມ Jerusalem Pierbattista Pizzaballa ໄດ້ສົ່ງສານວັນບຸນຄິດສະມາດ ສະແດງຄວາມຫວັງຢາກມີສັນຕິພາບແລະ ມີການເກ່ຍໄກ່ໃນທົ່ວໂລກ.
ສ່ວນຢູ່ ອັງກິດທ່ານນາຍົກລັດຖະມົນຕີອັງກິດ Rishi Sunak ໄດ້ຮັບໃຊ້ຄາບເຂົ້າເຊົ້າຢູ່ສະຖານທີ່ແຫ່ງໜຶ່ງ ທີ່ສະຫງວນໃຫ້ແກ່ບັນດາຜູ້ທີ່ບໍ່ມີທີ່ຢູ່ອາໃສໃນນະຄອນລອນດອນ. ກ່ອນນັ້ນ ທ່ານໄດ້ໂທລະສັບຫາບັນດານັກການທູດ, ກອງທັບ ແລະ ລັດຖະກອນຊາວອັງກິດໃນທົ່ວໂລກເພື່ອອວຍພອນວັນບຸນຄິດສະມາດ ແລະ ຂອບໃຈຕໍ່ການເຮັດວຽກດ້ວຍໝາກຜົນທີ່ໃຫຍ່ຫຼວງໃນປີໜຶ່ງ.
ສ່ວນຢູ່ນະຄອນຫຼວງຂອງເມັກຊີໂກ ທ່ານເຟເດຣີໂກ ເຊິ່ງປະຊາຊົນທ້ອງຖິ່ນໄດ້ຖືເປັນສັນຕາຄອດວັນບຸນຄິດສະມາດຂອງຜູ້ທຸກຍາກແລະຜູ້ບໍ່ມີທີ່ຢູ່ອາໃສ ໄດ້ໄປແຈກຢາຍຂອງຂວັນແລະ ສົ່ງຄຳອວຍພອນອັນຈົບງາມເຖິງບັນດາຜູ້ບໍ່ມີທີ່ຢູ່ອາໄສ ແລະ ຜູ້ທຸກຍາກ.