(VOVWORLD) - ຕອນບ່າຍວັນທີ 31 ສິງຫາ, ທີ່ Berlin ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາຢ່າງສົມກຽດ
ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຢູ່ ເຢຍລະມັນ (ພາບ: TTXVN) |
ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ ແລະ ພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ເຢຍລະມັນ ພ້ອມກັບຜູ້ຕາງໜ້າບັນດາສະມາຄົມ, ຄະນະ, ວິສາຫະກິດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ເຢຍລະມັນ ຢ່າງຕັ້ງໜ້າ, ເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ ແລະ ຮອບດ້ານໃນທຸກຂົງເຂດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຈຳເປັນຕ້ອງມີຄວາມມານະພະຍາຍາມຂອງລັດຖະບານ, ປະຊາຊົນ 2 ປະເທດ ແລະ ພິເສດແມ່ນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ.
ແລະກໍ່ໃນຄ່ຳຄືນວັນທີ 31 ສິງຫາ, ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນຊາດ ຫວຽດນາມ ໄດ້ຈັດຕັ້ງຢ່າງສົມກຽດຢູ່ນະຄອນຫລວງ Ottawa ຂອງ ການາດາ ດ້ວຍການເຂົ້າຮ່ວມຂອງ 200 ກ່ວາຄົນ.