ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໄກ​ສອນ​ ພົມ​ວິ​ຫານ​ຄົບ​ຮອບ 100 ປີ

(VOVWORLD) -ໃນລະຫວ່າງວັນທີ 12 – 13 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວບຸນຍັງ ວໍລະຈິດ ໄດ້ນຳໜ້າຄະນະພະນັກງານ, ການນຳ, ອະດີດການນຳພັກ, ລັດ, ລັດຖະບານ ລາວ ເຂົ້າຮ່ວມບັນດາພິທີຕາມຮີດຕອງປະເພນີ ລາວ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດຄົບຮອບ 100 ປີ ຂອງປະທານ ໄກສອນ ພົມວິຫານ, ເພືອນຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໄກ​ສອນ​ ພົມ​ວິ​ຫານ​ຄົບ​ຮອບ 100 ປີ - ảnh 1ປະທານໄກສອນ ພົມວິຫານ ແລະ ປະທານໂຮ່ຈີມິນ

ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920, ຢູ່ບ້ານ ນາເຊັງ, ເມືອງ ຄັນທະບູລີ, ປັດຈຸບັນແມ່ນນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັດສະເຂດ - ພາກກາງລາວ. ເມື່ອ 15 ປີ, ເພິ່ນໄດ້ອອກຈາກບ້ານເກີດເມືອງນອນ ໄປຍັງ ຫວຽດນາມ ເສັງເຂົ້າໂຮງຮຽນ ເບືອຍ, ປັດຈຸບັນແມ່ນໂຮງຮຽນມັດຖະຍົມຕອນປາຍ ຈູວັນອານ ຮ່າໂນ້ຍ.

        ທ່ານ ໄກສອນ ພົມວິຫານ ແມ່ນຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ, ພ້ອມກັບປະທານໂຮ່ຈີມິນ ສ້າງພື້ນຖານ, ເພີ່ມພູນຄູນສ້າງ ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ກາຍເປັນການພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ໃສແຈ້ງທີ່ຫາຍາກໃນໂລກ.

        ການສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີແມ່ນ ໂອກາດເພື່ອໃຫ້ສອງປະເທດ ຫວນຄືນປະຫວັດສາດແຫ່ງຄວາມສາມັກຄີ, ການຕໍ່ສູ້ກັບສັດຕູໂຕດຽວກັນ, ການສ້າງສານຊີວິດແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ເພື່ອຄວາມຜາສຸກປະຊາຊົນຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ