(ພາບປະກອບ)
|
(vovworld)- ວັນທີ 3/2, ທ່າກຳປັ່ນສາກົນ Gemadept ຢຸງກວດ ແຂວງ ກວາງງ້າຍໄດ້ເລີ່ມຮັບເອົາກຳປັ່ນ Mega Grace ຂອງ ສ.ເກົາຫຼີ ມາຂົນສົ່ງເສດໄມ້ ຖ້ຽວທຳອິດດ້ວຍປະລິມານ 18.000 ໂຕນ ໄປຍັງຈີນ. ພາຍຫຼັງການຂົນສົ່ງສິນຄ້າທາງນ້ຳຖ້ຽວທຳອິດນີ້, ຮອດວັນທີ 6/2 ທີ່ຈະມາເຖິງ, ທ່າກຳປັ່ນຈະສືບຕໍ່ດຳເນີນການບໍລິການຂົນສົ່ງສິນຄ້າຖ້ຽວທີ 2.
ແລະ ກໍໃນວັນທີ 3/2, ຊາວກະສີກອນແຂວງ ເງະອານ ໄດ້ເລີ່ມລົງນາເພື່ອຜະລິດເຂົ້າຍາມລະດູບານໃໝ່. ຕາມແຜນການແລ້ວ, ໃນການຜະລິດເຂົ້າລະດູບານໃໝ່ປີນີ້, ແຂວງເງະອານຈະຜະລິດເຂົ້າໃນເນື້ອທີເກືອບ 86.000 ແຮັກຕາ. ທ່ານຫງວຽນວັນເລີບ ຮອງຫົວໜ້າພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງ ເງະອານໃຫ້ຮູ້ວ່າ :
ພ້ອມກັບວັນບຸນປູກຕົ້ນໄມ້, ບັນດາພະນັກງານຂອງຂະແໜງກະສີກຳຈະລົງບັນດາເມືອງ, ທ້ອງຖິ່ນຕ່າງໆເພື່ອແນະນຳໃຫ້ຊາວກະສີກອນປະຕິບັດບັນດາມາດຕະການດ້ານເຕັກນິກ ເພື່ອບັນລຸໄດ້ສະມັດທະພາບສູງໃນການຜະລິດກະສີກຳ ”
ກ່ອນນັ້ນ ໃນຕອນບ່າຍວັນທີ 2/2, ຊາວປະມົງເຂດແຄມທະເລ ແຂວງ ນິງຖ້ວນ ໄດ້ເປີດງານຊວງເຮືອ ຊຶ່ງເປັນການເປີດສາກໃຫ້ແການເດີນເຮືອໄປຈັບຫາປາຍາມຕົ້ນປີ.