ບັນດາການເຄື່ອນໄຫວແທດຈິງລະນຶກວັນນັກທຸລະກິດ ຫວຽດນາມ 23/10
ພິທີເຊີດຊູ ແລະ ມອບລາງວັນໃຫ້ແກ່ນັກທຸລະກິດຫນຸ່ມດີເດັ່ນ 9 ຄົນ
ພາບ:vietstock.vn
|
(vovworld) - ເພື່ອຂຳ່ນັບຊົມເຊີຍວັນນັກທຸລະກິດ ຫວຽດນາມ ຄືວັນທີ 23/10, ຕອນຄຳ່ວັນທີ 10/10 ຢູ່ ນະຄອນໂຮ່ຈິມີນ ໄດ້ດຳເນີນພິທີເຊີດຊູ ແລະ ມອບລາງວັນໃຫ້ແກ່ນັກທຸລະກິດຫນຸ່ມດີເດ່ັນ 9 ຄົນ ແລະ ນັກທຸລະກິດຫນຸ່ມເປັນແບບຢ່າງ 5 ຄົນຂອງປີ 2012. ບັນດານັກທຸລະກິດທີ່ໄດ້ຮັບລາງວັນຄັ້ງນີ້ ພວມແມ່ນການນຳບັນດາວິສາຫະກິດມີລະດັບຈະເລີນເຕີບໂຕສູງ ດ້ວຍລະດັບສະເລ່ຍ 70%/ປີ. ໃນວັນດຽວກັນ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແລະ ຜະລິດສິນຄ້າສົ່ງອອກ ນະຄອນ Da Nang ໄດ້ຈັດຕັ້ງພິທີເຊີດຊູ 150 ວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດຕ່າງປະເທດຂຶ້ນກັບບັນດາເຂດອຸດສາຫະກຳ ແລະ ຜະລິດສິນຄ້າສົ່ງອອກຢູ່ນະຄອນ Da Nang. ເນື່ອງໃນໂອກາດນີ້ ຄະນະກຳມະການປະຊາຊົນນະຄອນ Da Nang ໄດ້ມອບຫລຽນກາທີ່ລະນຶກໃຫ້ແກ່ນັກທຸລະກິດ 5 ຄົນທີ່ໄດ້ມີການປະກອບສ່ວນຫລາຍຢ່າງ ແລະ ປະຕິບັດບັນດາຂົງເຂດເປັນຢ່າງດີຄື: ປົກປັກຮັກສາສິ່ງແວດລ້ອມ, ເພື່ອພາລະກິດວົງຄະນາຍາດ ແລະ ເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ຄົນງານເປັນຢ່າງດີ. ທ່ານ Ha Ngoc Thong ຜູ້ອຳນວຍການບໍລິສັດສະຖາປັດ ແລະ ການຄ້າ ອາຊີ ຈຳກັດ ຊື່ງແມ່ນຫນຶ່ງໃນຈຳນວນການນຳວິສາຫະກິດ 5 ຄົນ ທີ່ປະຕິບັດການປົກປັກຮັກສາສິ່ງແວດລ້ອມໃຫ້ຮູ້້ວ່າ:
“ປົກປັກຮັກສາສິ່ງແວດລ້ອມແມ່ນຫນ້າທີ່ຄວາມຮັບຜິດຊອບຂອງທົ່ວປວງຊົນ ພິເສດ ວິສາຫະກິດ ແມ່ນບັນດາຫົວຫນ່ວຍທີ່ເຄີຍກໍ່ມົນລະຜິດ ແລະ ວິສາຫະກິດແຫ່ງໃດຖືບັນຫາປົກປັກຮັກສາສິ່ງແວດລ້ອມເປັນສຳຄັນຕົ້ນຕໍ ວິສາຫະກິດແຫ່ງນັ້ນຈະພັດທະນາຢ່າງໝັ້ນຄົງ. ”