(vovworld) - ຕອນເຊົ້າວັນທີ 05/02 (ກົງກັບວັນທີ 09 ເດືອນຈຽງ ປີລະກາ), ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ປະຫວັດສາດວັດທະນະທຳສະໄໝລາຊະວົງ ເຈີ່ນ ຢູ່ເທດສະບານເມືອງດົງຈ່ຽວ, ແຂວງກວາງນິງ, ໄດ້ໄຂງານບຸນລະດູບານໃໝ່ ຫງວ້າເວີນ 2017. ນັບແຕ່ຮຸ່ງເຊົ້າ, ຢູ່ທຸກເສັ້ນທາງທີ່ພາໄປເຖິງເຂດວັດ ຫງວ້າເວີນ ລ້ວນແຕ່ຄຶກໂຄມໜາແໜ້ນດ້ວຍແຂກທ່ອງທ່ຽວນັບແສນຄົນທີ່ມາຈາກທຸກແຫ່ງເພື່ອຖະຫວາຍທູບທຽນເຄື່ອງຂອງບູຊາ ພະພຸດທະເຈົ້າ ແລະ ຢ້ຽມຊົມທັດສະນີຍະພາບວັດເຖິງພູ ບາວດາຍ. ທ່ານຮ່າຫາຍເຢືອງ, ປະທານຄະນະກຳມະການປະຊາຊົນເທດສະບານເມືອງ ດົງຈ່ຽວ ໃຫ້ຮູ້ວ່າ.
“ພິທີເປີດງານບຸນລະດູບານໃໝ່ ຫງວ້າເວີນ 2017 ແມ່ນການເຄື່ອນໄຫວວັດທະນະທຳທີ່ມີຄຸນຄ່າເລິກເຊິ່ງ ດ້ວຍຄວາມໝາຍມຸ່ງຫາກົກເຄົ້າເຫງົ້າກໍ່. ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ພຸດທະສາສະນິກກະຊົນ ແລະ ນັກທ່ອງທ່ຽວທີ່ມາຈາກຫຼາຍສາລະທິດໄປນະມັດສະການເຖິງເຂດດິນແດນແຫ່ງພະພຸດທະເຈົ້າເພື່ອຖະຫວາຍທູບທຽນ, ຢ້ຽມຊົມ, ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງເຈົ້າຊີວິດພະພຸດທະເຂົ້າ ເຈີນເຍີນຕົງ ແລະ ເຊີດຊູບັນດາຄຸນຄ່າດ້ານແນວຄິດຂອງສາສະໜາພຸດນິກາຍຈຸກເລິມ, ພາວະນາຂໍ້ໃຫ້ມີຄວາມສຸດ, ມີຄວາມເກັ່ງກ້າສາມາດ, ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ”.
ຢູ່ວັດ ຄາຍງວຽນ, ຕາແສງ ເຊີນດົງ, ເທດສະບານເມືອງເຊີນໄຕ, ນະຄອນຮ່າໂນ້ຍ, ວັນທີ 05/02 ໄດ້ໄຂງານບຸນລະດູບານໃໝ່ແຫ່ງຄວາມສົມບູນພູນສຸກ 2017. ພະອາຈານ ທິ໋ກດ້າວທິ້ງ, ເຈົ້າອາວາດວັດ ຄາຍງວຽນ ໃຫ້ຮູ້ວ່າ, ໃນມື້ໄຂງານບຸນ, ມີປະຊາຊົນ 10.000 ຄົນ ຈັບມືກັນເຂົ້າຮ່ວມລາຍການ “ຮ້ອຍຍິມແຫ່ງຄວາມສົມບູນພູນສຸກ” ເພື່ອສະແດງໃຫ້ເຫັນສານແກ່ງສັນຕິພາບ ແລະ ຄວາມສະມັກຄີ.
ຢູ່ວັດ ເຕີນແທງ, ເມືອງ ວັນລ້າງ, ແຂວງ ລ້າງເຊີນ, ຕອນເຊົ້າວັນທີ 05/02 ໄດ້ໄຂງານບຸນລະດູບານໃໝ່ເຂດລ້າງເຊີນ 2017 ຕິດພັນກັບງານບຸນວັດ ເຕີນແທງ. ພິທີໄຂງານບຸນໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມນັບພັນຄົນ. ລາຍການສະແດງສີລະປະໄຂງານບຸນລະດູບານໃໝ່ເຂດລ້າງເຊີນ ຖືກດຳເນີນໄປຢ່າງຟົດຟື້ຶ້ນ ດ້ວຍບັນດາລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ.
ແລະກໍ່ໃນວັນດຽວກັນ, ຢູ່ເຂດປູຊະນີຍະສະຖານທັດສະນີຍະພາບແຫ່ງຊາດ ດົ້ງຕຽນ, ເມືອງ ຮ່າມອຽນ, ແຂວງ ຕວຽນກວາງ, ໄດ້ຈັດງານບຸນ ດົ້ງຕຽນ ແລະ ຕະຫຼາດບ້ານນາ ປີ 2017. ນີ້ິ້ແມ່ນງານບຸນທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າໃນແຂວງ ຕວຽນກວາງ ເຊິ່ງໄດ້ຮັບການຈັດຕັ້ງໃນວັນທີ 09 ເດືອນຈ່ຽງແຕ່ລະປີ ດ້ວຍຄວາມຫວັງດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກຽວໄດ້ຮັບຜົນດີ, ທຸກໆຄອບຄົວມີຄວາມອີ່ມໜຳສຳນານ, ມີຄວາມຜາສຸກໃນປີໃໝ່ ແລະ ໂຄສະນາບັນດາຜະລິດຕະພັນກະເສດທີ່ເປັນມູນເຊື້ອຂອງທ້ອງຖິ່ນ. ທີ່ງານບຸນດົ້ງຕຽນ ແລະ ຕະຫຼາດເຂດບ້ານນາ ຍັງມີບັນດາການລະຫຼີ້ນພື້ນເມືອງ, ແຂ່ງຂັນຟ້ອນແຄນຂອງຊາວເຜົ່າມົ້ງ…