ບັນດາທ້ອງຖິ່ນຈັດຕັ້ງການພົບປະ, ຂົນຂວາຍການເລືອກຕັ້ງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂັ້ນທ້ອງຖິ່ນຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຕ້ອງອັບເດັດຂໍ້ມູນກ່ຽວກັບຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເປັນປະຈຳ
ບັນດາທ້ອງຖິ່ນຈັດຕັ້ງການພົບປະ, ຂົນຂວາຍການເລືອກຕັ້ງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: nhandan.com.vn)

ວັນທີ 04 ພຶດສະພາ, ສະພາເລືອກຕັ້ງແຫ່ງຊາດໄດ້ປະກາດໃຊ້ເອກະສານກ່ຽວກັບເລື່ອງຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອຂົນຂວາຍການເລືອກຕັ້ງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ເອກະສານໄດ້ເນັ້ນໜັກວ່າ, ໃນໄລຍະນັບແຕ່ນີ້ຮອດວັນເລືອກຕັ້ງ ວັນທີ 23 ພຶດສະພາ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂັ້ນທ້ອງຖິ່ນຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຕ້ອງອັບເດັດຂໍ້ມູນກ່ຽວກັບຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເປັນປະຈຳ; ຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງໃຫ້ເໝາະສົມເພື່ອຮັບປະກັນສິດຂົນຂວາຍການເລືອກຕັ້ງຂອງຜູ້ສະໝັກຮັບເລືອກຕັ້ງ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ