ພາບປະກອບ:internet
|
(vovworld)-ຕອນເຊົ້າວັນທີ 18/4, ຢູ່ສູນວັດທະນະທຳນະຄອນ ເກີນເທີ, ສະມາຄົມຄົນພິການນະຄອນ ເກີນເທີ ໄດ້ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງວັນຄົນພິການຫວຽດນາມ. ນະພິທີ, ສະມາຄົມຄົນພິການ ໄດ້ມອບໃບຍ້ອງຍໍໃຫ້ແກ່ ຄົນພິການ 24 ຄົນທີ່ຍາດໄດ້ຜົນງານດີເດ່ັນໃນການເຄື່ອນໄຫວຂອງສະມາຄົມ ແລະ ໄດ້ບືນຕົວຂຶ້ນໃນຊີວິດ ແລະ ມອບຂອງຂວັນ 30 ພູດໃຫ້ແກ່ລູກຫລານຂອງເຂົາເຈົ້າ. ນາງ ໂອນທິຮົ່ງຍານ ມີຄວາມເບິກບານມ່ວນຊື່ນເມື່ອໄດ້ເຂົ້າຮ່ວມພິທີ, ນາງເວົ້າວ່າ:
“ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍເມື່ອໄດ້ຮັບໃບຍ້ອງຍໍ. ຂ້າພະເຈົ້າເປັນຄົນພິການ ແຕ່ສັງຄົມປະຈຸບັນບໍ່ຈຳແນກລະຫວ່າງຄົນພິການ ແລະ ຄົນທຳມະດາ. ສິ່ງດັ່ງກ່າວໄດ້ເຮັດໃຫ້ມີຄວາມເຊື່ອໝັ້ນຕົນເອງກວ່າເມື່ອເຈືອຈານເຂົ້າກັບສັງຄົມ.”
ສ່ວນຢູ່ແຂວງ ກວາງບີງ, ບັນດາວິສາຫະກິດໃນແຂວງ ໄດ້ມອບຈຳນວນເງິນ 120 ລ້ານດົ່ງ ແລະ ມອບຂອງຂວັນໃຫ້ແກ່ຄົນພິການ. ທ່ານ ຟ້າມຊວນບີງ, ຫົວຫນ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ກວາງບີງໃຫ້ຮູ້ວ່າ:
“ແຂວງກວາງບີງ ໄດ້ສ້າງຂະບວນການເບິ່ງແຍງດູແລຄົນພິການໃນທົ່ວແຂວງ. ສະມາຄົມຄົນພິການໄດ້ຈັດຕັ້ງການສອນວິຊາຊີບໃຫ້ແກ່ຄົນພິການ ແລະ ສ້າງເງື່ອນໄຂເພື່ອໃຫ້ຄົນພິການໄດ້ສຳພັດກັບບັນດານະໂຍບາຍກ່ຽວກັບສະຫວັດດີການສັງຄົມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດ.”