ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ເພີ່ມ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ, ຊຸກ​ຍູ້​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ ​ທີ່​ມີ​ອາ​ຍຸ​ແຕ່ 12 ປີ ຫາ 18 ປີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນໂລກ ແລະ ພາຍໃນປະເທດ, ພິເສດແມ່ນການປະກົດຕົວຂອງ ເຊື້ອໄວຣັດກາຍພັນ Omicron ໂດຍອົງການຈັດຕັ້ງອະນາໄມໂລກ (WHO) ກ່າວເຕືອນວ່າ ມີການແຜ່ລະບາດໄວ ແລະ ບໍ່ສາມາດຕີລາຄາທາດພິດຂອງເຊື້ອໄວຣັດນີ້ໄດ້.
ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ເພີ່ມ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ, ຊຸກ​ຍູ້​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ ​ທີ່​ມີ​ອາ​ຍຸ​ແຕ່ 12 ປີ ຫາ 18 ປີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກ ກັບ 63 ແຂວງ, ນະຄອນ ເພື່ອຕີລາຄາສະພາບການ ແລະ ຍົກອອກມາດຕະການລະອຽດ ເພື່ອແນໃສ່ຫຼຸດຜ່ອນ ຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ, ຜູ້ເສຍຊີວິດ, ຍູ້ໄວຄວາມໄວໃນການສັກວັກຊິນ, ເພີ່ມທະວີລະບົບການແພດປ້ອງກັນ ແລະ ສາທາລະນະສຸກຂັ້ນຮາກຖານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນໂລກ ແລະ ພາຍໃນປະເທດ, ພິເສດແມ່ນການປະກົດຕົວຂອງ ເຊື້ອໄວຣັດກາຍພັນ Omicron ໂດຍອົງການຈັດຕັ້ງອະນາໄມໂລກ (WHO) ກ່າວເຕືອນວ່າ ມີການແຜ່ລະບາດໄວ ແລະ ບໍ່ສາມາດຕີລາຄາທາດພິດຂອງເຊື້ອໄວຣັດນີ້ໄດ້. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາທ້ອງຖິ່ນ ສຸມໃສ່ເພີ່ມຄວາມໄວໃນການສັກວັກຊິນ, ຊຸກຍູ້ການສັກວັກຊິນໃຫ້ແກ່ເດັກທີ່ມີອາຍຸແຕ່ 12 ປີ ຫາ 18 ປີ ເພື່ອໃຫ້ພວກນ້ອງກັບຄືນໄດ້ຮຽນເປັນປົກກະຕິ, ສະຖິຕິການໃຊ້ຈ່າຍໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີນີ້ ເພື່ອຄິດໄລ່ວາງແຜນຮ່າງງົບປະມານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ໃຫ້ປີ 2022. ພ້ອມກັນນັ້ນ, ຍັງເປີດປະຕູພື້ນຖານເສດຖະກິດ, ຮັບມືຢ່າງປອດໄພ, ຄວບຄຸມ ໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ