ບັນດາທ້ອງຖິ່ນຕ່າງໆຈັດຕັ້ງການເລີ່ມເຄື່ອນໄຫວເດືອນຊາວໜຸ່ມ
(VOVWORLD) - ທີ່ພິທີເລີ່ມເຄື່ອນໄຫວ, ມີ 31 ກຸ່ມນັກປັນຍາຊົນໜຸ່ມໄດ້ຈົດທະບຽນປະຕິບັດ 13 ຫົວເລື່ອງສະເພາະທີ່ຖ່າຍທອດ, ໃຫ້ຄຳປຶກສາຄວາມຮູ້ດ້ານກະສິກຳ
ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018
(ພາບ: Huy Sơn/VOV)
|
ວັນທີ 25 ກຸມພາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018 ແລະ ເລີ່ມເຄື່ອນໄຫວລາຍການ ປັນຍາຊົນວິທະຍາສາດໜຸ່ມ ອາສາສະໝັກຄັ້ງທີ 9. ທີ່ພິທີເລີ່ມເຄື່ອນໄຫວ, ມີ 31 ກຸ່ມນັກປັນຍາຊົນໜຸ່ມໄດ້ຈົດທະບຽນປະຕິບັດ 13 ຫົວເລື່ອງສະເພາະທີ່ຖ່າຍທອດ, ໃຫ້ຄຳປຶກສາຄວາມຮູ້ດ້ານກະສິກຳ, ສັງຄົມໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ປະຊາຊົນ 5 ເມືອງຢູ່ຊານນະຄອນ ໂຮ່ຈີມິນ. ອ້າຍ ເຈີ່ນດຶກຊື້, ຜູ້ອຳນວຍການສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ລົງນາມສັນຍາຮ່ວມມືກັບຫົວໜ່ວຍຄົ້ນຄ້ວາ ແລະ ຜະລິດກຸ້ງປະເພດຕ່າງໆທີ່ມີຄຸນນະພາບສູງ ແລະ ຜັນຂະຫຍາຍຮູບແບບນີ້ ເຖິງບັນດາຄອບຄົວຊາວໜຸ່ມໃນບໍລິເວນເມືອງ ເກີ່ນເຢີ່ ແລະ ເມືອງ ຍ່າແບ່. ໂດຍຜ່ານນັ້ນ, ໄດ້ຊ່ວຍໃຫ້ພວກເພື່ອນໜຸ່ມມີຄວາມຮູ້, ມີເຕັກນິກຫັນປ່ຽນຮູບແບບເພື່ອສາມາດສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນ.”
ແລະກໍ່ໃນວັນດຽວກັນ, ຄະນະຊາວໜຸ່ມແຂວງ ເທື່ອທຽນ ເຫ້ວ ກໍ່ໄດ້ຈັດຕັ້ງການປຸກລະດົມເດືອນຊາວໜຸ່ມ ປີ 2018.