(vovworld) - ພາຍຫຼັງແຂ່ງຂັນເປັນເວລາ 3 ວັນ, ຕອນບ່າຍວັນທີ 26/10, ນັກສອບເສັງ 293 ຄົນມາຈາກ 10 ປະເທດສະມາຊິກອາຊຽນ ທີ່ເຂົ້າຮ່ວມງານປະກວດສີມືແຮງງານອາຊຽນ ຄັ້ງທີ 10 ໄດ້ສຳເລັດບົດເສັງຂອງຕົນດ້ວຍ 25 ວິຊາ. ທ່ານກາວວັນເຊີມ, ຮອງຫົວໜ້າກົມໃຫຍ່ ກົມໃຫຍ່ສອນວິຊາຊີບ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງຫົວໜ້າຄະນະຈັດຕັ້ງງານປະກວດສີມືແຮງງານອາຊຽນ ຄັ້ງທີ 10, ໃຫ້ຮູ້ວ່າ:
“ຄຸນນະພາບຂອງງານປະກວດສີມືແຮງງານອາຊຽນ ປີນີ້ສະໝຳ່ສະເໝີພໍສົມຄວນ. ຜ່ານການປະກວດແຕ່ລະຄັ້ງພວກເຮົາເຫັນວ່າຄຸນນະພາບບັນດານັກສອບເສັງເຂົ້າຮ່ວມງານປະກວດສີມືແຮງງານອາຊຽນນັບມື້ນັບດີກ່ວາ, ພິເສດຄວາມຜິດດ່ຽງ ລະຫວ່າງບັນດາປະເທດນີ້ບໍ່ຫຼາຍປານໃດ. ຫວຽດນາມໃຫ້ຄຳໝັ້ນສັນຍາກັບສາກົນວ່າ: ງານປະກວດສີມືແຮງງານອາຊຽນຈະສ້າງຄວາມປະທັບໃຈ, ມີຄວາມຍຸຕິທຳ.”
ວັນທີ 28/10, ກອງປະຊຸມຄະນະກຳມະການຈັດຕັ້ງ ແລະ ກອງປະຊຸມຄະນະກຳມະການເຕັກນິກ ຄັ້ງທີ 3 ຈະຖືກຈັດຕັ້ງ ເພື່ອແນໃສ່ຮັບຮອງ ແລະ ຮັບຮອງເອົາໝາກຜົນງານປະກວດສີມືແຮງງານອາຊຽນ. ພິທີອັດງານປະກວດສີມືແຮງງານອາຊຽນ ຄັ້ງທີ 10 ຖືກດຳເນີນໃນຕອນຄຳ່ວັນດຽວກັນ.