ບັນດານັກຮຽນຮູ້ ຕ່າງປະເທດປະຕິ ເສດຄວາມຮຽກຮ້ອງອະທິປະໄຕຂອງ ຈີນ ໃນທະເລຕາ ເວັນອອກ
ທະຫານເຮືອຫວຽດນາມ ລາດຕາເວັນຢູ່ເຂດໝູ່ເກາະເຈື່ອງຊາ
(ພາບ:ອິນເຕີແນັດ)
(vovworld) - ກອງປະຊຸມສຳມະນາສາກົນທີ່ມີຂອບຂະໜາດໃຫ່ຍດ້ວຍຫົວຂໍ້ວ່າ: “ທະເລຕາເວັນອອກແມ່ນວິກິດການໃໝ່ຫຼືບໍ່?“ ຫາກໍ່ໄດ້ດຳເນີນໄປຢູ່ປາຣີ ປະເທດຝະລັ່ງ. ຄຳເຫັນຂອງບັນດາຜູ້ຊ່ຽວຊານຕ່າງປະເທດໄດ້ປະຕິເສດຢ່າງແຮງຕໍ່ບັນດາຄຳຮຽກຮ້ອງອະທິປະໄຕຂອງຈີນ ໃນທະເລຕາເວັນອອກ, ພິເສດແມ່ນຖ້ອຍທຳນອງໄຮ້ເຫດຜົນກ່ຽວກັບເສັ້ນລີ້ນງົວ; ວິເຄາະລະອຽດແຜນທີ່ເສັ້ນລີ້ນງົວຂອງຈີນ ແລະ ພິສູດວ່າ ແຜນທີ່ສະບັບດັ່ງກ່າວບໍ່ສອດຄ່ອງກັບກົດໝາຍສາກົນ. ສາດສະດາຈານ Monique Chemillier Gendreau ສັງກັດມະຫາວິທະຍາໄລປາຣີ 7 ຖືວ່າ:
“ກົດໝາຍສາກົນປະຈຸບັນໄດ້ກຳນົດວ່າ: ປະເທດໜຶ່ງສາມາດຖະແຫຼງປະກາດ ອະທິປະໄຕໃນເກາະແຫ່ງໜຶ່ງຖ້າເຂົາເຈົ້າໄດ້ຊອກເຫັນເກາະແຫ່ງນັ້ນ, ມີໜ້າເປັນປະຈຳ ແລະ ຍາວນານ, ພ້ອມທັງມີລະບົບການຄຸ້ມຄອງບໍລິຫານຢູ່ແຫ່ງນັ້ນ. ອີງຕາມນັ້ນ, ບັນດາຂໍ້ອ້າງອີງຂອງຈີນ ແມ່ນອີງໃສ່ແຫຼ່ງເອກະສານປະຫວັດສາດ ແລະ ວັນນະຄະດີບໍ່ມີລັກສະນະກົດໝາຍ. ກົດໝາຍສາກົນຮຽກຮ້ອງໃຫ້ມີບັນດາຫຼັກຖານອັນແນ່ນອນ. ໃນຂະນະນັ້ນ, ຝ່າຍຫວຽດນາມ ກໍ່ມີບັນດາຫຼັກຖານພິສູດໃຫ້ເຫັນວ່າ: ໃນສະໄໝອານນາມ, ນັບແຕ່ສັດຕະວັດທີ 18 ຮອດກາງສັດຕະວັດທີ 19, ເມື່ອຝະລັ່ງ ໄດ້ປົກຄອງ, ອຳນາດການປົກຄອງໃນໄລຍະນັ້ນຢູ່ຫວຽດນາມກໍ່ມີຫົວໜ່ວຍຄຸ້ມຄອງຂອງອຳນາດການປົກຄອງດ້ວຍບົດບາດບໍລິຫານຕໍ່ຮ່ວາງຊາ ແລ້ວ. ກ່ຽວກັບເຈື່ອງຊາ, ມີບັນດາເອກະສານຂອງຝະລັ່ງ ໄດ້ສະແດງໃຫ້ເຫັນວ່າ, ໃນຊຸມປີ 1930, ອຳນາດການປົກຄອງຈີນ ຍັງເຂົ້າໃຈຜິດກ່ຽວກັບເຂດໝູ່ເກາະແຫ່ງນີ້ ແລະ ບໍ່ມີໃນແຜນທີ່ແຫ່ງຊາດ“