ບັນດາປະເທດຊ່ວຍເຫຼືອເນປານແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ
ຖະໜົນຫົນທາງຢູ່ Kathmandu ຖືກເປເພພາຍຫຼັງເຫດແຜນດິນໄຫວ
(ພາບ: AFP/TTXVN)
|
(vovworld) - ວັນທີ 26/4, ວົງການເຈົ້າໜ້າທີ່ເນປານ ໄດ້ຮຽກຮ້ອງປະເທດຕ່າງໆຊ່ວຍເຫຼືອປະເທດນີ້ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວດ້ວຍຄວາມແຮງ 7,9 ອົງສາຣິກແຕ ທີ່ເກີດຂຶ້ນກ່ອນນັ້ນ.
ແຜ່ນດິນໄຫວເກີດຂຶ້ນໃນວັນທີ 25/4, ຫ່າງຈາກນະຄອນຫຼວງ Kathmandu ໄປທາງທິດຕາເວັນຕົກສ່ຽງເໜືອ 81 ຫຼັກ. ຕາມການສະຖິຕິຫຼ້າສຸດ, ມີຜູ້ເສຍຊີວິດປະມານ 1.805 ຄົນ ແລະ ຜູ້ຖືກບາດເຈັບເກືອບ 5.000 ຄົນ. ຄາດວ່າຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຈະສືບຕໍ່ເພີ່ມຂຶ້ນ, ເພາະວ່າຢູ່ຫຼາຍແຫ່ງພາລະກອນກູ້ຊີບບໍ່ທັນສຳພັດໄດ້.
ພາຍຫຼັງເກີດໄພພິບັດ 2,3 ຊົ່ວໂມງ, ອິນເດຍ ໄດ້ຈັດສົ່ງໜ່ວຍກູ້ໄພກູ້ຊີບ 2 ໜ່ວຍ, ລວມມີພາລະກອນ 96 ຄົນ ແລະ ເຄື່ອງຊ່ວຍເຫຼືອ 15 ໂຕນ ເຖິງເນປານ. ຫຼາຍປະເທດຢູ່ໃນໂລກ, ໃນນັ້ນມີອັງກິດ, ຝລັ່ງ, ອາເມລິກາ, ຈີນ, ສິງກະໂປ, ປາກິສະຖານ ກໍ່ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເນປານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ. ອາເມລິກາ ປະກາດຊ່ວຍເຫຼືອດ່ວນ 1 ລ້ານ USD ແລະ ຈັດສົ່ງໜ່ວຍກູ້ໄພກູ້ຊີບໄປຍັງເນປານ. ສິງກະໂປ ກໍ່ຈັດສົ່ງໜ່ວຍໜຶ່ງລວມມີ 55 ຄົນໄປເນປານຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ.
ພາຍຫຼັງໄດ້ຮັບຂ່າວແຜ່ນດິນໄຫວດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ໋ນຢຸງ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຝາກໂທລະເລກແບ່ງປັນຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ແລະ ທ່ານລັດທະມົນຕີວ່າການກະຊວງການຕ່າງປະເທດເນປານ ແລະ ຫວັງວ່າປະຊາຊົນເນປານ ຈະຜ່ານຜ່າຄວາມເຈັບປວດ, ຄວາມເສຍຫາຍນີ້ ເພື່ອກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.