ກຳປັ່ນຂັບໄລ່ USS Lassen ເຂົ້າທະເລຕາເວັນອອກ
ພາບ:datviet
|
(vovworld)- ກ່ຽວຂ້ອງເຖິງເລື່ອງ ອາເມລິກາ ສົ່ງກຳປັ່ນຂັບໄລ່ USS Lassen ເຂົ້າທະເລຕາເວັນອອກ, ວັນທີ 27/10 ປະທານາທິບໍດີ ຟີລີບປີນ Benigno Aquino ຖືວ່າ: ນີ້ແມ່ນວຽກງານທີ່ສຳຄັນ ເພື່ອຮັກສາ “ຄວາມດຸນດຽງສິດອຳນາດ” ຢູ່ພາກພື້ນ ອາຊີ ປາຊີຟີກ. ອົດສະຕາລີ ກໍຊົມເຊີຍການກະທຳດັ່ງກ່າວຂອງ ກອງທັບເຮືອ ອາເມລິກາ. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອົດສະຕາລີ Marise Payne ຊີ້ແຈ້ງວ່າ ທຸກປະເທດລ້ວນແຕ່ມີສິດເສລີໃນການເດີນທະເລ ແລະ ການບິນ, ໃນນັ້ນ ມີເຂດທະເລຕາເວັນອອກ ຕາມກົດໝາຍສາກົນ. ໃນວັນດຽວກັນ, ຫົວຫນ້າຫ້ອງວ່າການກະຊວງພາຍໃນ ຍີ່ປຸ່ນ Yoshihide Suga ໃຫ້ຮູ້ວ່າ: ອາເມລິກາ ແລະ ຍີ່ປຸ່ນ ໄດ້ແລກປ່ຽນຂໍ້ມູນຂ່າວກ່ຽວກັບເຫດການດັ່ງກ່າວຂອງ ອາເມລິກາ. ຕາມທ່ານແລ້ວ, ບັນດາໂຄງການກໍ່ສ້າງຂອງຈີນຢູ່ ເຂດໝູ່ເກາະເຈື່ອງຊາ ກໍຄືບັນດາການກະທຳລຳພັງຝ່າຍດຽວເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ ແມ່ນຄວາມວິຕົກກັງວົນລວມຂອງປະຊາຄົມໂລກ.