ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: anninhthudo.vn)
|
(vovworld) - ກອງປະຊຸມເຈົ້າໜ້ທີ່ຂັ້ນສູງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ) ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດໄຂຂຶ້ນຢ່າງເປັນທາງການຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 19/5. ກອງປະຊຸມເພື່ອແນໃສ່ກວດກາຄືນ, ຕີລາຄາສະພາບການ ແລະ ສະຫລຸບໝາກຜົນແຫ່ງການປະຕິບັດຂໍ້ຕົກລົງກ່ຽວກັບການປ້ອງກັນ, ຕ້ານຢ່າເສບຕິດເຂດອະນຸພາກພື້ນແມ່ນ້ຳຂອງ, ຕີລາຄາສະພາບການຜັນຂະຫຍາຍແຜນການເຄື່ອນໄຫວອະນຸພາກພື້ນຄັ້ງທີ 8 ຕາມບັນດາຂົງເຂດ ບຸລິມະສິດຮ່ວມມື ແລະ ປຶກສາຫາລືເປັນເອກະພາບຕໍ່ກົນໄກປະກອບການເງິນ ແລະ ລະດົມບັນດາແຫຼ່ງກຳລັງ, ເພີ່ມທະວີການກໍ່ສ້າງການພົວພັນຄູ່ຮ່ວມມືເຂດອະນຸພາກພື້ນແມ່ນຳ້ຂອງໃນໄລຍະໃໝ່. ຕໍ່ຈາກນັ້ນ, ກອງປະຊຸມຂັ້ນລັດຖະມົນຕີເຂດອະນຸພາກພື້ນແມ່ນຳ້ຂອງ ຈະດຳເນີນໄປໃນວັນທີ 21/5. ຢູ່ນອກກອງປະຊຸມຍັງມີການເຄື່ອນໄຫວຕ່າງໆຄື: ບັນດາປະເທດສະມາຊິກເຂດອະນຸພາກພື້ນແມ່ນ້ຳຂອງ ແລະ ອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ສປຊ (UNODC) ພົບປະຜູ້ຕາງໜ້າສະຖານທູດບັນດາປະເທດອຸປະຖຳເພື່ອແລກປ່ຽນກ່ຽວກັບສະພາບການຢາເສບຕິດຢູ່ເຂດອະນຸພາກພື້ນ…