(vovworld) - ບັນດາປະເທດສະມາຊິກອາຊຽນ ຈະຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວກ່ຳປັ່ນທະເລ ດ້ວຍຄາດໝາຍຕ້ອນຮັບນັກທ່ອງທ່ຽວ 4,5 ລ້ານເທື່ອຄົນ ໃນປີ 2035. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍ່ທີ່ໄດ້ຍົກອອກມາ ໃນຖະແຫຼງການຮ່ວມຂອງເວທີປາໄສທ່ອງທ່ຽວອາຊຽນ ຄັ້ງທີ 36 (ATF 2017) ຖືກດຳເນີນໃນລະຫວ່າງວັນທີ 16 – 20/01, ຢູ່ສິງກະໂປ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າສິງກະໂປ S.Iswaran ເນັ້ນໜັກວ່າ, ອາຊີຕາເວັນອອກສ່ຽງໃຕ້ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາຂະແໜງອຸດສາຫະກຳທ່ອງທ່ຽວເວົ້າລວມ, ພິເສດແມ່ນທ່ອງທ່ຽວດ້ານກ່ຳປັ່ນທະເລ. ຕາມນັ້ນແລ້ວ, ບັນດາປະເທດໃນພາກພື້ນ ຈະສຸມໃສ່ພັດທະນາພື້ນຖານໂຄງລ່າງ, ປັບປຸງບັນດາການເຄື່ອນໄຫວຢູ່ເຂດຝັ່ງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຕ້ອບສະໜອງໃຫ້ຂະແໜງທ່ອງທ່ຽວກ່ຳປັ່ນທະເລ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ໃຫ້ຮູ້ວ່າ, ຫວຽດນາມ ກໍມີແຜນການລົງທຶນ, ເປີດກວ້າງ ແລະ ສ້າງສຳເລັດບັນດາທ່າກ່ຳປັ່ນນ້ຳເລິກ ເພື່ອສາມາດຕ້ອນຮັບບັນດາກ່ຳປັ່ນລຳໃຫຍ່ຂົນສົ່ງນັກທ່ອງທ່ຽວ 3.000 ຄົນ, ກໍຄືສ້າງບັນດາຜະລິດຕະພັນທ່ອງທ່ຽວສະເພາະໃຫ້ບັນດາເປົ້າໝາຍດັ່ງກ່າວ.