ບັນດາປະເທດອາຊຽນເພີ່ມທະວີການຮ່ວມມືໃນຂົງເຂດພາສີ
(ກອງປະຊຸມພາສີບັນດາປະເທດອາຊຽນ ຄັ້ງທີ 25)
(vovworld) - ກອງປະຊຸມພາສີບັນດາປະເທດອາຊຽນ ຄັ້ງທີ 25 ຖືກດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໃນລະຫວ່າງວັນທີ 25 – 27/05, ດ້ວຍການເຂົ້າຮ່ວມຂອງອົງການພາສີບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໃນພາກພື້ຶ້ນ. ໃນການເຮັດວຽກມາເປັນເວລາ 3 ວັນ, ກອງປະຊຸມໄດ້ສຸມໃສ່ກວດກາຄືນລະດັບຄວາມຄືບໜ້າວຽກງານເຊິ່ງຄະນະກຳມະການກ່ຽວຂ້ອງເຖິງພາສີອາຊຽນ ໄດ້ຮັບຮອງເອົາກ່ອນນີ້, ກໍຄືຫັນລະບຽບການເປັນງ່າຍດາຍ ແລະ ສ້າງຄວາມສະດວກໃຫ້ການຄ້າ, ສ້າງກຳລັງຄວາມສາມາດໃຫ້ພາສີ ຕາມກົນໄກປະຕູດຽວ. ບັນດາຜູ້ແທນກໍປຶກສາຫາລືສ້າງກຳນົດທິດລວມ ໃຫ້ບັນດາການເຄື່ອນໄຫວຮ່ວມມືພາສີໃຫ້ໄລຍະ 2016 – 2025; ກຳນົດບັນດາຕົວເລກປະສິດທິຜົນການເຄື່ອນໄຫວໃຫ້ຂົງເຂດພາສີ ຕາມການຊີ້ນຳຂອງບັນດາລັດຖະມົນຕີເສດຖະກິດອາຊຽນ. ກອງປະຊຸມຫົວໜ້າກົມໃຫຍ່ພາສີອາຊຽນ ຍັງດຳເນີນບັນດາວາລະປະຊຸມທາບທາມຄວາມເຫັນກັບການນຳພາສີບັນດາປະເທດຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ກໍຄືບາງສະມາຄົມວິສາຫະກິດໃນພາກພື້ນ.