ບັນດາປະເທດເພີ່ມທະວີການຮ່ວມມືຕ້ານບັນດາອົງການກໍ່ການຮ້າຍ

ບັນດາປະເທດເພີ່ມທະວີການຮ່ວມມືຕ້ານບັນດາອົງການກໍ່ການຮ້າຍ - ảnh 1
ການ​ລັງ IS
ພາບ:tinmoi.vn

 (vovworld)- ​ວັນ​ທີ 24/7, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ອາ​ເມ​ລິ​ກາ John Kerry ໄດ້​ປະ​ກາດ​ວ່າ ​ໃນ​ໄລ​ຍະ 2,3 ອາ​ທິດ​ຈະ​ມາ​ເຖິງ, ທ່ານ​ມີ​ແຜນ​ການປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ຢູ່ Qatar ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານ​ກຸ່ມ ລັດ​ອິດ​ສະ​ລາມ IS ຢູ່ ອີ​ຣັກ ແລະ ຊີ​ຣີ ກໍ​ຄື​ບົດ​ບາດ​ຂອງ ອີ​ຣານ ໃນ​ການ​ຕໍ່​ສູ້ນີ້. ທ່ານ John Kerry ຖື​ວ່າ ຕ້ອງ​ປ່ຽນ​ແປງ​ກຳ​ລັງ​ຫນູນ​ຢູ່ ຊີ​ຣີ ເພື່ອ​ດັບ​ສູນ​ບັນ​ດາ​ມື​ປືນ IS ປະ​ຈຸ​ບັນ ພວມ​ຄວບ​ຄຸມ​ເຂດ​ດິນ​ແດນ​ຫລາຍ​ແຫ່ງ​ຢູ່ ອີ​ຣັກ ແລະ​ຊີ​ຣ​ີ. ໃນ​ວັນ​ດຽວ​ກັນ, ຕວກກ​ີ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຮ່ວມ​ມື​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ​ຢູ່ ຊີ​ຣີ. ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຢີບ Ibrahim Mahlabo ຢູ່​ນະ​ຄອນ​ຫລວງ Rome, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອີ​ຕາ​ລີ Roberta Pinotti ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ສະ​ຫນັບ​ສະ​ຫນູນ ອີ​ຢີບ ໃນ​ການ​ຕໍ່​ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ