ບັນດາ​ຜູ້​ຊ່ຽວຊານ​ຍີ່​ປຸ່ນ -ຈີນຢາກ​ເຈລະຈາ​ຂັ້ນ ລັດຖະບານ

ບັນດາ​ຜູ້​ຊ່ຽວຊານ​ຍີ່​ປຸ່ນ -ຈີນຢາກ​ເຈລະຈາ​ຂັ້ນ ລັດຖະບານ - ảnh 1 

(ພາບ: Kyodo/TTXVN )

(vovworld)-​​​​ ​ ​ ພາຍຫຼັງ​ດຳ​ເນີນ​ການ​ປຶກສາ​ຫາລືກ່ຽວ​ກັບ​ບັນດາ​ບັນຫາ​ຜືນ​ແຜ່ນດິນ, ປະຫວັດສາດ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ເປັນ​ເວລາ 2 ວັນຢູ່​ເວທີ​ປາ​ໄສ​ທີ່​ປັກ​ກິ​ງ, ວັນ​ທີ 27/10, ບັນດາ​ຜູ້​ຊ່ຽວຊານ​ຍີ່​ປຸ່ນ-ຈີນ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ເນັ້ນໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ເປີດການ​ເຈລະຈາ​ສອງ​ຝ່າຍ​ຂັ້ນລັດຖະບານ​ເພື່ອ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ເຂດ​ໝູ່​ເກາະ​ໃນ​ທະ​ເລ​ຮວາ​ຕຸ​ງ ຊື່​ງ​ໂຕ​ກຽວ ​ເອີ້ນ​ວ່າ ​ແຊນ​ກາ​ກຶ ສ່ວນ​ປັກ​ກິ​ງ ​ເອີ້ນ​ວ່າ​ຕຽວອີ້. ຜູ້​ຊ່ຽວຊານ​ປະມານ 80 ທ່ານ ຊື່​ງລວມມີ​ບັນດາ​ອະດີດ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ ກອງທັບ​ຂັ້ນສູງ, ນັກທຸລະກິດ, ນັກຮຽນ​ຮູ້ ​ແລະ ນັກ​ຂ່າວ ກໍ່​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ ​ແລະ ຈີນ ຈົ່ງ​ແກ້​ໄຂ​ບັນດາ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ ​ແລະ ຖອດ​ຖອນ​ບົດຮຽນ​ປະຫວັດສາດ ​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ