ບັນດາວິສາຫະກິດຂະໜາດກາງແລະນ້ອຍມີບົດບາດສຳຄັນຕໍ່ສະຖຽນລະພາບປະເທດຊາດ
ທ່ານປະທານປະເທດເຈືອງເຕີ້ນຊາງພົບປະສັງສັນກັບນັກທຸລະກິດທີ່ດີເດັ່ນ
(ພາບ: NguyenKhang/TTXVN)
(vovworld) - ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ມີບົດບາດທີ່ສຳຄັນຕໍ່ສະຖຽນລະພາບ ແລະ ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ນັ້ນແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ເຈືອງເຕີ້ນຊາງ ໃນການພົບປະສັງສັນກັບນັກທຸລະກິດທີ່ດີເດັ່ນ 100 ຄົນ ເຊິ່ງເປັນຜູ້ຕາງໜ້າໃຫ້ວິສາຫະກິດໃນທົ່ວປະເທດ ກ່ວາ 500.000 ແຫ່ງ, ຊຶ່ງດຳເນີນໃນຕອນບ່າຍວັນທີ 16/7, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ (19/7/2005 – 19/7/2015). ທີ່ການພົບປະສັງສັນກັນ, ທ່ານປະທານປະເທດ ເຈືອງເຕີ້ນຊາງ ຊີ້ແຈ້ງວ່າ: ເລີ່ມແຕ່ວັນທີ 1/1/2016 ເປັນຕົ້ນມາ ຫວຽດນາມ ເຂົ້າຮ່ວມຢ່າງເປັນທາງການສັນຍາການຄ້າເສລີກັບພາກພື້ນ ແລະ ສາກົນ, ພ້ອມກັບບັນດາກາລະໂອກາດໃຫຍ່ຍັງມີສິ່ງທ້າທາຍຫລາຍຢ່າງ. ບັນດາວິສາຫະກິດຂະໜາງກາງ ແລະ ນ້ອຍຕ້ອງຜ່ານຜ່າຄວາມຫຍຸ້ງຍາກ, ມີຍຸດທະສາດພັດທະນາອັນຍາວນານ, ປ່ຽນໃໝ່ເຕັກໂນໂລຢີ, ອຸປະກອນ, ປ່ຽນໃໝ່ການຄຸ້ມຄອງ; ຍົກລະດັບສີມືແຮງງານ, ຄວາມສາມາດອອກແບບ, ປ່ຽນໃໝ່ຜະລິດຕະພັນສິນຄ້າເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ, ຍົກສູງຄຸນນະພາບ, ມີປະສິດທິຜົນ, ກຳລັງແກ່ງແຍ້ງ, ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມື, ຮ່ວມທຸລະກິດ, ຮ່ວມສຳພັນ ກັບບັນດາວິສາຫະກິດຂະໜາດກາງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຂົ້າຮ່ວມໃນບັນດາມູນຄ່າຂອງບັນດາຂະແໜງ, ບັນດາຜະລິດຕະພັນໃຫຍ່. ທ່ານປະທານປະເທດ ຢືນຢັນວ່າ: ພັກ, ລັດ ແລະ ທັງສັງຄົມຍາມໃດກໍເອົາໃຈໃສ່ສ້າງເງື່ອນໄຂ, ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍພັດທະນາ, ພ້ອມທັງບັນດາວິສາຫະກິດ, ບັນດາສະຫະສະມາຄົມຕ້ອງສະເໜີແກ້ໄຂຄວາມຫຍຸ້ງຍາກສິ່ງທີ່ຄ້າງຄາຢ່າງທັນການ ເພື່ອດຳເນີນການເຄື່ອນໄຫວນັບມື້ນັບມີປະສິດທິຜົນກ່ວາ.