(ພາບປະກອບ)
(vovworld) - ວັນທີ 25/07, ຕາມຕົວເລກຂອງອົງການສະຖິຕິແຫ່ງຊາດອັງກິດ ແລ້ວ ຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດນີ້ໄດ້ເພີ່ມຂຶ້ນ 0,6% ໃນງວດທີ 2 ຜ່ານມາ, ສູງທົບ 2 ເທົ່າເມື່ອທຽບໃສ່ງວດກ່ອນ. GDP ຂອງອັງກິດ ໄດ້ເພີ່ມຂຶ້ນຢ່າງແຮງໃນງວດທີ 2 ຍ້ອນບັນດາຂະແໜງເສດຖະກິດຕົ້ນຕໍ່ຂອງປະເທດນີ້ລ້ວນແຕ່ມີລະດັບເພີ່ມຂຶ້ນທີ່ໜ້າປະທັບໃຈ. ໄລ່ມາຮອດຈຸດເວລານີ້, ພື້ນຖານເສດຖະກິດຂອງອັງກິດ ຟື້ນຟູໄດ້ເກືອບເຄິ່ງໜຶ່ງລະດັບຫຼຸດຜ່ອນ 7,2% ໃນວິກິດການເສດຖະກິດ - ການເງິນທົ່ວໂລກປີ 2008 – 2009. ໃນຂະນະນັ້ນ, ແຫຼ່ງຂ່າວຈາກພື້ນຖານເສດຖະກິດຕົ້ນຕໍ່ໃນພາກພື້ນນຳໃຊ້ສະກຸນເງິນເອີໂລລວມ (Eurozone) ແມ່ນເຢຍລະມັນ ກໍສ້າງຄວາມຫວັງໃຫ້ປະຊາຄົມໂລກ. ຕາມຕົວເລກຂອງສະຖາບັນຄົ້ນຄວ້າເສດຖະກິດ Munich, ພາຍຫຼັງທີ່ໄຈ້ແຍກການເຄື່ອນໄຫວດຳເນີນທຸລະກິດຂອງເກືອບ 7000 ວິສາຫະກິດແລ້ວ, ລະດັບຄວາມໄວ້ເນື້ອເຊື່ອໃຈດຳເນີນທຸລະກິດຂອງປະເທດນີ້ໄດ້ເພີ່ມຂຶ້ນໃນ 3 ເດືອນລຽນຕິດ. ແລະ ກໍ່ໃນວັນດຽວກັນກຸ່ມບໍລິສັດການເງິນໃຫຍ່ກ່ວາໝູ່ຂອງ, ແອດສປາຍ ກໍ່ປະກາດໄດ້ຮັບຜົນກຳໄລຄືນໃໝ່ພາຍຫຼັງ 1 ປີທີຖືກຫຼຸບທຶນ.