ບັນດາເອກອັກຄະລັດຖະທູດປະທັບໃຈຕໍ່ພິທີເຂົ້າຊົງຂອງຫວຽດນາມ


ບັນດາເອກອັກຄະລັດຖະທູດປະທັບໃຈຕໍ່ພິທີເຂົ້າຊົງຂອງຫວຽດນາມ - ảnh 1
ພິທີເຂົ້າຊົງຂອງຫວຽດນາມ

(vovworld)- ລາຍ​ການ​ສະ​ແດງ​ຂັບ​ເຈົາ​ວັນ-ພິ​ທີ​ເຂົ້າ​ຊົງ, ຊຶ່ງ​ແມ່ນ​ພິ​ທີ​ກຳ​ທີ່​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 26/2 ຢູ່​ແຂວງ​ນາມດິ້ງ ຊຶ່ງ​ມີການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕ່າງ​ໜ້າບັນ​ດາ​ອົງ​ການ​ສາ​ກົນ​ປະ​ຈຳ​ຫວຽດ​ນາມ​ພ້ອມ​ກັບ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໃສ​ຢູ່​ພາຍ​ໃນ​ປະ​ເທດ.

    ຕາມ​ທ່ານ​ນາງ ມູ​ເລີ ມາ​ຣິ​ນ ຫົວ​ໜ້າ​ຜູ້​ຕ່າງ​ໜ້າຫ້ອງ​ການ UNESCO ປະ​ຈຳ​ຫວຽດ​ນາມ​ແລ້ວ, ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ໄດ້​ເປັນ​ການຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ​ຂອງ​ແມ່​ຍິງ. ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ​ບູ​ຊານີ້ ກໍ​ເຕົ້າ​ໂຮມ​ບັນ​ດາ​ຄຸ່ນ​ຄາວັດ​ທະ​ນະ​ທຳ, ສິ​ລະ​ປະ, ພິ​ເສດ​ແມ່ນ​ເຂັ້ມ​ຂົ້ນ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ, ສະ​ແດງ​ໃຫ້​ເຫັນ​ການ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ພະ​ບຸ​ລຸດ, ປູ່​ຍ່າ​ຕາ​ຍາຍ, ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ