ບັນດາແຂວງທາງພາກກາງເປັນເຈົ້າການຮັບມືກັບພາຍຸເລກທີ 8
ພາບປະກອບ
(vovworld) – ຍ້ອນຜົນສະທ້ອນຈາກພາຍຸເລກທີ 8, ບັນດາແຂວງທາງພາກກາງມີຝົນຕົກໜັກ, ເຮັດໃຫ້ດິນເຊາະເຈື່ອນຢູ່ເຂດພູດອຍ ແລະ ແຄມທະເລ. ຢູ່ແຂວງກວາງຫງາຍ, ຝົນຕົກໜັກໃນວັນທີ 17 ແລະ 18/9 ເຮັດໃຫ້ດິນເຊາະເຈື່ອນ ແລະ ທາງຄົມມະນາຖືກຕິດຂັດຢູ່ບາງເມືອງໃນເຂດພູດອຍ. ພັນຕີ ບູ່ຍວັນຮູ່ງ, ຫົວໜ້າປ້ອມປ້ອງກັນຊາຍແດນ ຊາກີ່, ແຂວງກວາງຫງາຍ, ໃຫ້ຮູ້ວ່າ:
“ທະຫານປ້ອງກັນຊາຍແດນ ແລະ ທ້ອງຖີ່ນ ໄດ້ຊັບຊ້ອນໃຫ້ກຳປັ່ນເຂົ້າທຽບທ່າ, ຮັບປະກັນຄວາມປອດໄພ ແລະ ຫຼີກລ້ຽງຄວາມເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນ. ພວກຂ້າພະເຈົ້າກໍ່ໄດ້ສົມທົບກັບຕຳຫຼວດທ້ອງຖີ່ນເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເຫຼົ່ານັ້ນ“.
ຢູ່ແຂວງກວາງບິ່ນ, ກອງບັນຊາການທະຫານປ້ອງກັນຊາຍແດນແນະນຳໃຫ້ບັນດາກຳ່ປັ່ນທີ່ພວມເຄື່ອນໄຫວຢູ່ນອກຝັ່ງທະເລ ຍ້ອຍອອກຈາກເຂດຖືກຜົນສະທ້ອນຈາກພາຍຸ. ທ່ານ ຫງວຽນງອກຝຸ່ງ, ຫົວໜ້າຫ້ອງການບັນຊາການປ້ອງກັນ ແລະ ຕ້ານພາຍຸແຂວງກວາງບິ່ນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປະຕິບັດຈົດໝາຍທາງການຂອງສູນກາງກ່ຽວກັບການຄຸ້ມຄອງບັນດາກຳ່ປັ່ນທີ່ເຄື່ອນໄຫວຢູ່ນອກຝັ່ງທະເລ, ແກ້ໄຂເຫດການທີ່ເກີດຂຶ້ນ, ກຽມພ້ອມກູ້ໄພກູ້ຊີບເມື່ອມີຄວາມຕ້ອງການ. ຈັດຕັ້ງການເວນຍາມຕິດຕາມສະພາບຜັນແປຂອງພາຍຸເປັນປະຈຳ“