ບຸນ​ປີ​ໃໝ່​ແຫ່ງ​ສາຍ​ຈິດ​ມິດ​ໃຈ 2022” ລະ​ດົມ​ເງິນ​ໄດ້​ກວ່າ 10,4 ຕື້ດົ່ງ ເພື່ອເບິ່ງ​ແຍງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາ​ກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໃນ​ຍາມ​ບຸນ​ປີ​ໃໝ່

(VOVWORLD) - ໃນຕອນເຊົ້າພິທີປຸກລະດົມ “ບຸນປີໃໝ່ແຫ່ງສາຍຈິດມິດໃຈ - ລະດູບານໃໝ່ປີຂານ 2022” ທີ່ຈັດຂຶ້ນໃນຍາມເຊົ້າລາຍການໄດ້ຮັບເງິນຊ່ວຍເຫຼືອຈາກສ່ວນບຸກຄົນ, ວິສາຫະກິດໃນບໍລິເວນໄດ້ກວ່າ 10,4 ຕື້ດົ່ງ. 
ບຸນ​ປີ​ໃໝ່​ແຫ່ງ​ສາຍ​ຈິດ​ມິດ​ໃຈ 2022” ລະ​ດົມ​ເງິນ​ໄດ້​ກວ່າ 10,4 ຕື້ດົ່ງ ເພື່ອເບິ່ງ​ແຍງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາ​ກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໃນ​ຍາມ​ບຸນ​ປີ​ໃໝ່ - ảnh 1ລາຍການສະແດງສິລະປະ “ບຸນປີໃໝ່ແຫ່ງສາຍຈິດມິດໃຈ - ລະດູບານໃໝ່ປີຂານ 2022” (ພາບ: VOV)

  ຕອນເຊົ້າວັນທີ 11 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນລາຍການສະແດງສິລະປະ “ບຸນປີໃໝ່ແຫ່ງສາຍຈິດມິດໃຈ - ລະດູບານໃໝ່ປີຂານ 2022”. ນີ້ແມ່ນລາຍການຖືກຈັດຂຶ້ນປະຈຳປີ ແນໃສ່ປຸກລະດົມການປະກອບສ່ວນຂອງສັງຄົມເຂົ້າໃນການເບິ່ງແຍງໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກໃນບໍລິເວນນະຄອນໂຮ່ຈີມິນໃນໂອກາດບຸນປີໃໝ່.

        ໃນຕອນເຊົ້າພິທີປຸກລະດົມ “ບຸນປີໃໝ່ແຫ່ງສາຍຈິດມິດໃຈ - ລະດູບານໃໝ່ປີຂານ 2022” ທີ່ຈັດຂຶ້ນໃນຍາມເຊົ້າລາຍການໄດ້ຮັບເງິນຊ່ວຍເຫຼືອຈາກສ່ວນບຸກຄົນ, ວິສາຫະກິດໃນບໍລິເວນໄດ້ກວ່າ 10,4 ຕື້ດົ່ງ. ຈຳນວນເງິນດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນການໜູນຊ່ວຍສັງຄົມໃຫ້ແກ່ຄອບຄົວທຸກຍາກ, ໃກ້ທຸກຍາກ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ 3.000 ຄອບຄົວ ໃນບໍລິເວນນະຄອນ ດ້ວຍອຸປະກອນຜະລິດ 100 ເຄື່ອງ, ຂອງຂວັນປີໃໝ່ 2.050 ພູດ, ທຶນການສຶກສາ 820 ທຶນ, ປື້ມບັນຊີເງິນຝາກປະຢັດ 100 ຫົວ, ເຮືອນແຫ່ງຄວາມຮັກ 5 ຫຼັງ ແລະ ຊ່ວຍເຫຼືອສັງຄົມໃຫ້ແກ່ເດັກກຳພ້າຍ້ອນໂລກລະບາດໂຄວິດ - 19 ຈຳນວນ 20 ພູດ.


ຕອບກັບ

ຂ່າວ/ບົດ​ອື່ນ