ການເຄື່ອນໄຫວຕ້ອນຮັບບຸນວັນເພງເດືອນ 8 ຢູ່ ຕວຽນກວາງ
ພາບ:baotintuc
|
(vovworld)- ວັນທີ 26/9, ງານບຸນຕ້ອນຮັບບຸນວັນເພງເດືອນປີ 2015 ຂະຫນາດໃຫຍ່ ໂດຍຫໍພິພິດທະພັນຮ່າໂນ້ຍ ແລະ ກຸ່ມສາລາບ້ານ ຫວຽດນາມ ສົມທົບກັນຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງເດັກນ້ອຍ ແລະ ພໍ່ແມ່ຂອງເດັກເກືອບ 1000 ຄົນ. ການເຄື່ອນໄຫວຕົ້ນຕໍໃນງານບຸນ ແມ່ນບັນດາການລະຫລິ້ນພື້ນເມືອງຄື: ຟ້ອນສິງໂຕ, ແຫ່ໂຄມໄຟຮູບດວງດາວ, ແຂ່ງຂັນເລົ່າເລື່ອງ…
ໃນວັນດຽວກັນ, ຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ ໄດ້ດຳເນີນພິທີໄຂລາຍການຕ້ອນຮັບບຸນວັນເພງເດືອນ 8 ປີ 2015 ດ້ວຍຫົວເລື່ອງ “ສີສັນວັດທະນະທຳ ເກີນເທີ”. ລາຍການດັ່ງກ່າວໄດ້ແນະນຳຈຸດວັດທະນະທຳຂອງບັນດາທ້ອງຖິ່ນຢູ່ ເກີນເທີ ໃຫ້ຊາວນະຄອນຫລວງຮ່າໂນ້ຍ ກໍຄືແຂວງ ໃກ້ຄຽງໄດ້ຮັບຊາບ, ພິເສດ ແມ່ນບັນດການລະຫລິ້ນພື້ນເມືອງຂອງພາກໃຕ້ເພື່ອໃຫ້ເດັກນ້ອຍເຂົ້າຮ່ວມນຳ.
ຕອນຄ່ຳວັນດຽວກັນ ຢູ່ ຫລາຍທ້ອງຖິ່ນໃນທົ່ວປະເທດ ຄື ນະຄອນ ໂຮ່ຈີມີນ, ແຂວງ ບັກນີງ ກໍໄດ້ຈັດການເຄື່ອນໄຫວຟົດຟື້ນຫລາຍຢ່າງເພື່ອໃຫ້ເດັກນ້ອຍຕ້ອນຮັບບຸນວັນເພງເດືອນ 8 ຢ່າງເບິກບານມ່ວນຊື່ນ.