ບັນຫາຊາວອົບພະຍົບ: ກຳປັ່ນຈົມນ້ຳຢູ່ເຂດຊ່ອງແຄບ Manche, ຢ່າງໜ້ອຍສຸດມີ 12 ຄົນເສຍຊີວິດ

(VOVWORLD) - ມີບັ້ນກູ້ໄພກູ້ຊີບຂອບຂະໜາດໃຫຍ່ໄດ້ດຳເນີນໄປພາຍຫຼັງກຳປັ່ນຖືກອຸບັດຕິເຫດຍ້ອນທະເລຄະນອງ.
ບັນຫາຊາວອົບພະຍົບ: ກຳປັ່ນຈົມນ້ຳຢູ່ເຂດຊ່ອງແຄບ Manche, ຢ່າງໜ້ອຍສຸດມີ 12 ຄົນເສຍຊີວິດ - ảnh 1ຜູ້ອົບພະຍົບ
(ພາບປະກອບ: Getty Images/TTXVN)

        ວັນທີ 03 ກັນຍາ, ສື່ມວນຊົນ ຝລັ່ງ ໄດ້ໃຫ້ຂ່າວວ່າ, ຢ່າງໜ້ອຍສຸດມີຜູ້ອົບພະຍົບ 12 ຄົນໄດ້ຮັບຖືວ່າເສຍຊີວິດ ພາຍຫຼັງທີ່ກຳປັ່ນຂົນສົ່ງປະມານ 100 ຄົນຖືກຈົມນ້ຳຢູ່ຊ່ອງແຄບທະເລ Manche ເຊື່ອມຕໍ່ລະຫວ່າງປະເທດນີ້ກັບ ອັງກິດ.

        ມີບັ້ນກູ້ໄພກູ້ຊີບຂອບຂະໜາດໃຫຍ່ໄດ້ດຳເນີນໄປພາຍຫຼັງກຳປັ່ນຖືກອຸບັດຕິເຫດຍ້ອນທະເລຄະນອງ. ບັນດາກຳປັ່ນລາດຕະເວັນຂອງ ຝລັ່ງ ໄດ້ນຳໜ້າການເຄື່ອນໄຫວກູ້ໄພກູ້ຊີບຢູ່ນອກຝັ່ງທະເລ Le Portel ຂຶ້ນກັບເຂດ Pas-de-Calais,  ຝລັ່ງ. ເຮືອບິນເອລີກອບເຕີກູ້ໄພກູ້ຊີບຖືກຈັດສົ່ງໄປຍັງສະຖານທີ່ເກີດອຸບັດຕິເຫດ.  ທ່ານລັດຖະມົນຕີຄະນະລັດຖະບານ ຝລັ່ງ Gérald Darmanin, ພ້ອມກັບຫົວໜ້າຕຳຫຼວດເຂດ Pas-de-Calais ກໍ່ໄດ້ໄປຮອດສະຖານທີ່ເກີດເຫດ.

        ນັບແຕ່ຕົ້ນປີມາຮອດປະຈຸບັນ, ຢ່າງໜ້ອຍສຸດມີຊາວພົບພະຍົບ 25 ຄົນເສຍຊີວິດເມື່ອເດີນຜ່ານເຂດຊ່ອງແຄບທະເລ Manche.

ຕອບກັບ

ຂ່າວ/ບົດ​ອື່ນ