ບັນຫາຕ້ານ ການກໍ່ການຮ້າຍ: ອີຢິບ ດັບສູນໄດ້ພວກກໍ່ການຮ້າຍ ຢູ່ Sinai ໄດ້ ຫຼາຍຄົນ
(VOVWORLD) - ບັນດາກຳລັງປະກອບອາວຸດ ອີຢິບໄດ້ທຳລາຍ ເຮືອນຮັງ ຂອງພວກກໍ່ການຮ້າຍ 14 ແຫ່ງ, ພ້ອມທັງ ໂອໂຕ ແລະ ລົດຈັກຫຼາຍຄັນ.
ກຳລັງທະຫານ Sinai (ພາບ: aa.com.tr ) |
ວັນທີ 4 ພະຈິກ, ສື່ມວນຊົນປະເທດ ອີຢິບ ໄດ້ຄັດຖະແຫຼງການຂອງກອງບັນຊາການໃຫຍ່ ກອງທັບບົກໃຫ້ຮູ້ວ່າ ກອງທັບບົກໄດ້ດັບສູນ ພວກກໍ່ການຮ້າຍ 83 ຄົນ ຢູ່ທາງພາກເໜືອ ແລະ ພາກກາງ Sinai ໃນໄລຍະເວລາແຕ່ວັນທີ 28 ຕຸລາ ຫາ 4 ພະຈິກ. ນອກຈາກນັ້ນ, ບັນດາກຳລັງປະກອບອາວຸດ ປະຈຳຖິ່ນກໍ່ໄດ້ຢຶດເກັບອາວຸດ 65 ປະເພດແຕກຕ່າງກັນ ພ້ອມກັບລູກປືນ, ອຸປະກອນລະເບີດປະດິດສ້າງເອງ ແລະ ບັນດາອຸປະກອນນຳໃຊ້ພະລັງແສງຕາເວັນ. ບັນດາກຳລັງປະກອບອາວຸດ ອີຢິບໄດ້ທຳລາຍ ເຮືອນຮັງ ຂອງພວກກໍ່ການຮ້າຍ 14 ແຫ່ງ, ພ້ອມທັງ ໂອໂຕ ແລະ ລົດຈັກຫຼາຍຄັນ.