ບຸນ ລຽນຮວາໂຮ້ຍເຖື້ອງ ວັດ ກົນເຊີນ

(VOVWORLD) -ບຸນ ລຽນຮວາໂຮ້ຍເຖື້ອງ ແມ່ນພິທີກຳເປັນເອກະລັກສະເພາະຂອງພຸດທະສາສະໜາ, ນັບແຕ່ເມື່ອສາສະໜາພຸດ ກຳເນີດກ່ອນນີ້ຫຼາຍທົດສະວັດ.

ບຸນ ລຽນຮວາໂຮ້ຍເຖື້ອງ ວັດ ກົນເຊີນ - ảnh 1ບຸນ ລຽນຮວາໂຮ້ຍເຖື້ອງ ວັດ ກົນເຊີນ

(ພາບ: TTXVN)

ຕອນຄໍ່າວັນທີ 18 ກຸມພາ (ກົງກັບວັນທີ 14 ເດືອນຈຽງ), ຢູ່ເຂດປູຊະນີຍະສະຖານ ກົນເຊີນ, ຂຶ້ນກັບເຂດປູຊະນີຍະສະຖານລະດັບຊາດພິເສດ ກົນເຊີນ - ກ໊ຽບບາກ, ຢູ່ເທດສະບານ ຈິ໊ລິງ, ແຂວງຫາຍເຢືອງ, ຄະນະຈັດຕັ້ງງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ ປີ 2019 ໄດ້ຈັດບຸນ ລຽນຮວາໂຮ້ຍເຖື້ອງ ຂຶ້ນເພື່ອແນໃສ່ພາວະນາຂໍໃຫ້ປະເທດຊາດມີຄວາມສັນຕິພາບ, ປະຊາຊົນມີຄວາມອິ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ.

        ບຸນ ລຽນຮວາໂຮ້ຍເຖື້ອງ ແມ່ນພິທີກຳເປັນເອກະລັກສະເພາະຂອງພຸດທະສາສະໜາ, ນັບແຕ່ເມື່ອສາສະໜາພຸດ ກຳເນີດກ່ອນນີ້ຫຼາຍສະຕະວັດ. ວັດ ກົນເຊີນ ແມ່ນຕົ້ນກຳເນີດຂອງສາສະໜາພຸດນິກາຍ ຈຸກເລິມ, ເຊິ່ງແມ່ນສູນວັດທະນະທຳ, ການເຫຼື້ອມໄສເຊື່ອຖືຂອງປະເທດຊາດ, ແມ່ນແຫ່ງເກັບກຳບັນດາຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ອັນອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ. ພິເສດ, ຢູ່ທີ່ນີ້ຍັງມີສຳນັກ ກືວເຝີມລຽນຮວາ ວັດ ກົນເຊີນ, ເຊິ່ງແມ່ນກິດຈະກຳທີ່ມີສິລະປະເປັນເອກະລັກສະເພາະ ເຊິ່ງໄດ້ຮັບການກໍ່ສ້າງໃນສະຕະວັດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ