(vovworld) - ຕອນເຊົ້າວັນທີ 22/4, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ເປັນປະທານກອງປະຊຸມຜ່ານເຄືອຂ່າຍ ອິນເຕີເນັດ ຕີລາຄາວຽກງານຕ້ອນຮັບພົນລະເມືອງ ແລະ ແກ້ໄຂບັນດາກໍລະນີ ຮ້ອງທຸກ, ຮ້ອງຟ້ອງທີ່ສັບສົນ, ຖືກຄົງຄ້າງໃນໄລຍະຍາວ. ບົດລາຍງານຂອງອົງການກວດກາລັດຖະບານທີ່ກອງປະຊຸມໃຫ້ຮູ້ວ່າ: ໄລຍະຜ່ານມາ, ເລື່ອງແກ້ໄຂການຮ້ອງທຸກ, ຮ້ອງຟ້ອງທີ່ຍັງຄົງຄ້າງ, ສັບສົນ, ແກ່ຍາວ ໄດ້ຮັບການຜັນຂະຫຍາຍຈາກບັນດາກະຊວງ, ຂະແໜງການທ້ອງຖີ່ນຢ່າງຂ້ຽວຂາດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກປະຊາຊົນທຸກຊັ້ນວັນນະໃນສັງຄົມ. ໝາກຜົນຂອງການແກ້ໄຂບັນດາກໍລະນີຮ້ອງທຸກ, ຮ້ອງຟ້ອງ ຍັງຄົງຄ້າງ, ສັບສົນໃນເບື້ອງຕົ້ນໄດ້ຮັບປະກັນຜົນປະໂຫຍດອັນເປັນທຳຂອງບຸກຄົນ, ອົງການຈັດຕັ້ງ ແລະ ປະກອບສ່ວນເຮັກສາຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ. ທ່ານຮອງຫົວໜ້າອົງການກວດກາລັດຖະບານ ຫງວຽນດຶກແຫ້ງ ໃຫ້ຮູ້ວ່າ:
“ບັນດາຂະແໜງການທ້ອງຖີ່ນຕ້ອງຕິດຕາມກວດກາ, ກຳແໜ້ນສະພາບການຮ້ອງທຸກ, ຮ້ອງຟ້ອງ ແລະ ເປັນເຈົ້າການໃນການແກ້ໄຂເມື່ອເຫດການເກີດຂຶ້ນຢ່າງທັນການ ບໍ່ປະໃຫ້ກາຍເປັນຈຸດເຄັ່ງຮ້ອນ ແລະ ຜັນຂະຫຍາຍບັນດາມາດຕະການໃນວຽກງານຕ້ອນຮັບພົນລະເມືອງ ແລະ ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຢ່າງຄົບຊຸດ, ມີປະສິດທິຜົນ.”
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການທ້ອງຖີ່ນ ຄວນຈັດຕັ້ງປະຕິບັດວຽກງານຕ້ອນຮັບພົນລະເມືອງເປັນຢ່າງດີ, ຈຳກັດກໍລະນີຮ້ອງຟ້ອງ, ຮ້ອງທຸກທີ່ຖືກຄ້າງຄາໃນໄລຍະຍາວ. ປະທານຄະນະກຳມະຫານປະຊາຊົນບັນດາແຂວງຕ້ອງຕ້ອນຮັບພົນລະເມືອງ ແລະ ຊີ້ນຳແກ້ໄຂກໍລະນີຮ້ອງຟ້ອງ, ຮ້ອງທຸກດ້ວຍຫຼາຍຄົນ ແລະ ມີລັກສະນະສັບສົນໂດຍກົງ.