ບໍ່ມີີບາດກ້າວບຸກທະລຸໃນການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ

(VOVWORLD) -ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ບັນດາການເຈລະຈາລະຫວ່່າງສອງຝ່າຍ ໄດ້ດໍາເນີນໄປບົນເນື້ອໃນຈິດໃຈສ້າງສັນ. 

        ວັນທີ 10 ພຶດສະພາ, ພາຍຫຼັງສິ້ນສຸດການເຈລະຈາທີ່ແກ່ຍາວເປັນເວລາ 2 ຊົ່ວໂມງກັບຄະນະນັກເຈລະຈາການຄ້າຝ່າຍ ຈີນ ໂດຍທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ນໍາໜ້າ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Stenven Mnuchin ໃຫ້ຮູ້ວ່າ ບັນດາການເຈລະຈາລະຫວ່່າງສອງຝ່າຍ ໄດ້ດໍາເນີນໄປບົນເນື້ອໃນຈິດໃຈສ້າງສັນ. ເຖິງຢ່າງໃດກໍຕາມ ທ່ານ Stenven Mnuchin ບໍ່ເຜີຍໃຫ້ຮູ້ລາຍລະອຽດຕື່ມອີກ.

        ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ຢັ້ງຢືນວ່າ ບັນດາການເຈລະຈາຮອບໃໝ່ ຈະສືບຕໍ່ຖືກດໍາເນີນຢູ່ປັກກິ່ງຕື່ມອີກ, ແຕ່ທ່ານກໍກ່າວເຕືອນວ່າ ຈະບໍ່ມີການ “ຜ່ອນສັ້ນຜ່ອນຍາວ” ກ່ຽວກັບບັນດາຫຼັກການສໍາຄັນ. ທ່ານ ຫຼຽວເຄືອ ກໍສະແດງໃຫ້ເຫັນຄວາມປະເອີບໃຈ “ສ່ວນໃດໜຶ່ງ” ກ່ຽວກັບຄວາມອາດສາມາດບັນລຸຂໍ້ຕົກລົງດ້ານການຄ້າລະຫວ່່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກນີ້, ພ້ອມທັງໃຫ້ຮູ້ວ່າ ມີຫຼາຍບັນຫາກ່ຽວກັບຫຼັກການ ເຊິ່ງຈີນ ຈະບໍ່ຖອນຫຼັງ.


ຕອບກັບ

ຂ່າວ/ບົດ​ອື່ນ