(VOVWORLD) -ບ້ວງໜູນຊ່ວຍລວມມີ ຫ້ອງຮຽນເຕັກໂນໂລຢີຂໍ້ມູນຂ່າວສານ 1 ຫ້ອງ ດ້ວຍ ຄອບພິວເຕີ 30 ຊຸດ ພ້ອມກັບຊຸດໂຕະຕັ່ງ, ເວັບໄຊໃຫ້ແກ່ໂຮງຮຽນ ແລະ ໂປແກຼມການເສັງອອນລາຍຜ່ານ Mocha...
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ຕີລາຄາສູງການຊ່ວຍເຫຼືອຂອງ ບໍລິສັດ Star Telecom ໃຫ້ແກ່ໂຮງຮຽນ ຫງວຽນຢູ
|
ຕອນບ່າຍວັນທີ 18 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ບໍລິສັດ Star Telecom (Unitel), ຊື່ງແມ່ນບໍລິສັດຮ່ວມທຸລະກິດຂອງ Viettel ຢູ່ລາວ, ໄດ້ມອບບ້ວງໜູນຊ່ວຍທີ່ມີມູນຄ່າ 460 ລ້ານກີບ (ປະມານກ່ວາ 48.000 USD) ໃຫ້ແກ່ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ.
ບ້ວງໜູນຊ່ວຍລວມມີ ຫ້ອງຮຽນເຕັກໂນໂລຢີຂໍ້ມູນຂ່າວສານ 1 ຫ້ອງ ດ້ວຍ ຄອບພິວເຕີ 30 ຊຸດ ພ້ອມກັບຊຸດໂຕະຕັ່ງ, ເວັບໄຊໃຫ້ແກ່ໂຮງຮຽນ ແລະ ໂປແກຼມການເສັງອອນລາຍຜ່ານ Mocha... ນີ້ຈະແມ່ນຮູບແບບທົດລອງທຳອິດ ເພື່ອແນໃສ່ຍົກສູງຄຸນນະພາບການສິດສອນໃນຍຸກສະໄໝ 4.0 ແລະ ຖ້າຫາກວ່າ ການຜັນຂະຫຍາຍປະສົບຜົນສຳເລັດ, ຈະເປີດກ້ວາງໄປຍັງໂຮງຮຽນຕ່າງໆ.