ປຸກລະດົມການສອບ ເສັງຂຽນ“ລະດູບານ ໃຫ່ມ1975-ບົດເພງ ແຫ່ງໄຊຊະນະ“


ປຸກລະດົມການສອບ ເສັງຂຽນ“ລະດູບານ ໃຫ່ມ1975-ບົດເພງ ແຫ່ງໄຊຊະນະ“ - ảnh 1

ທ່ານ​ພົນ​ຕີ​ຟຸ່ງຄັກ​ດັງທີ່​ພິທີ​ປຸກລະດົມ

(ພາບ: baomoi.com)

 (vovworld)- ຕອນ​ເຊົ້າວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ສະມາຄົມນັກຮົບ​ເກົ່າ​ຫວຽດນາມ ​ໄດ້ປຸກລະດົ​ມການ​ສອບ​ເສັງ​ຂຽນ “ລະດູບານ​ໃຫ່ມ 1975-ບົດ​ເພງ​ແຫ່ງ​ໄຊຊະນະ“. ທ່ານ​ພົນ​ຕີ​ຟຸ່ງຄັກ​ດັງ, ຮອງ​ປະທານສະມາຄົມນັກຮົບ​ເກົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດຕັ້ງ​ໃຫ້​ຮູ້​ວ່າ: ການ​ສອບ​ເສັງ​ຂຽນ “ລະດູບານ​ໃຫ່ມ 1975-ບົດ​ເພງ​ແຫ່ງ​ໄຊຊະນະ“ ​ແນ​ໃສ່​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງປະຊາຊົນ​ແຕ່ລະຄົນ​ກ່ຽວ​ກັບ​ມະຫາ​ໄຊ​ໃນລະດູບານ​ໃຫ່ມປີ 1975, ກ່ຽວ​ກັບ​ໄຊຊະນະ​​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມລິ​ກາ​ ​ເພື່ອກູ້​ຊາດ, ປຸກລຸກ​ເຈດ​ຈຳນົງ ​ແລະ ຄວາມ​ເຊື່ອໝັ້ນ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ບົດ​ເຂົ້າຮ່ວມ​ການ​ສອບ​ເສັງ​ແມ່ນ​ຂຽນ​ກ່ຽວ​ກັບ​ບັນດາ​ອະນຸສອນ​ອັນ​ເລິກ​ເຊິ່ງທີ່​ສຸດ, ​ແທດ​ຈິງ​ທີ່​ສຸດ​ຊື່​ງຜູ້​ຂຽນ​​ແມ່ນ​ຜູ້​ເຂົ້າຮ່ວມ​ໂດຍ​ກົງ​ໃນ​ບັ້ນບຸກ​ໂຈມ​ຕີ​ຂະໜາດ​ໃຫ່ຍ ​ແລະ ມະຫາ​ໄຊ ໃນລະດູບານ​ໃຫ່ມປີ 1975. ຄະນະ​ຈັດຕັ້ງຈະ​ມອບ 46 ລາງວັນ, ​ໃນ​ນັ້ນມີ 1 ລາງວັນ​ທີ 1. ບັນ​ດາບົດ​ຂຽນ​ໄດ້​ຮັບ​ລາງວັນຈະ​ຖືກ​ຄັດ​ເລືອກ​ເພື່ອ​ພິມ​ເປັນ​ປຶ້ມ, ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນມະຫາ​ໄຊ​ໃນລະດູບານ​ໃຫ່ມປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ, ທ້ອ​ນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ./.

 

ຂ່າວ/ບົດ​ອື່ນ