ປຸກລະດົມບັ້ນສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອ ເຂດທະເລໝູ່ເກາະ ຂອງບ້ານເກີດເມືອງນອນ“
(ພາບ: vov)
(vovworld)- ວັນທີ 19/5, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສູນກາງສະພາກາແດງຫວຽດນາມ ໄດ້ປຸກລະດົມບັ້ນສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ“ ຢ່າງເປັນທາງການຢູ່ຮ່າໂນ້ຍ. ບັ້ນປຸກລະດົມດັ່ງກ່າວເພື່ອແນໃສ່ຂົນຂວາຍປະຊາຊົນທົ່ວປະເທດສະໜັບສະໜູນແຫຼ່ງກຳລັງເພື່ອເຄື່ອງຜະລິດນ້ຳຈືດ, ເຄື່ອງອຸປະກອນຕິດຕໍ່ພົວພັນສື່ສານ, ບັນເທິງ, ແນວພັນປູກ ແລະ ສັດລ້ຽງເພື່ອມອບໃຫ້ທະຫານ, ປະຊາຊົນ, ຊາວປະມົງໃນບັນດາເຂດທະເລໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ພ້ອມກັນນັ້ນກໍ່ຊື້ເຄື່ອງອຸປະກອນສະເພາະຈຳນວນໜຶ່ງມອບໃຫ້ກຳລັງກວດກາການປະມົງ, ຕຳຫຼວດທະເລເພື່ອຊ່ວຍບັນດານັກຮົບປະຕິບັດໜ້າທີ່ເປັນຢ່າງດີ. ບັ້ນສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ“ ຈະອັດລົງໃນວັນທີ 18/7/2014.
ໃນໂອກາດນີ້, ສູນກາງສະພາກາແດງຫວຽດນາມ, ໂທລະພາບແຫ່ງຊາດຫວຽດນາມ ກໍ່ໄດ້ຝາກຈຳນວນເງິນກ່ວາ 1,3 ຕື້ດົ່ງເຖິງທະຫານ ແລະ ປະຊາຊົນໃນເຂດໝູ່ເກາະເຈື່ອງຊາ./.