ປຸກລະດົມລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍອນທາດພິດສີສົ້ມ”

(VOVWORLD) - ເຖິງວ່າໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກງົບປະມານແຫ່ງລັດ ຫວຽດນາມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ
ປຸກລະດົມລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍອນທາດພິດສີສົ້ມ” - ảnh 1ທ່ານພົນໂທ ຫງວຽນວັນຣິງ ກ່າວຄຳເຫັນທີ່ພິທີ
(ພາບ: nhandan.vn)

        ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ແລະ ອົງການປະຕູຖານຂໍ້ມູນເອເລກໂຕນິກມະນຸດສະທຳແຫ່ງຊາດ (1400) ໄດ້ຈັດພິທີປຸກລະດົມລາຍການກູ້ສົນ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍອນທາດພິດສີສົ້ມ 2023” ເນື່ອງໃນໂອກາດສະເຫຼີມສະຫຼອງ 62 ປີແຫ່ງໄພພິບັດທາດພິດສີສົ້ມ/ດີໂອຊິນ (10 ສິງຫາ 1961 – 10 ສິງຫາ 2023).

        ເຖິງວ່າໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຈາກງົບປະມານແຫ່ງລັດ ຫວຽດນາມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດເຂີນນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ທ່ານພົນໂທ ຫງວຽນວັນຣິງ, ປະມາສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ ຈົ່ງຮ່ວມເດີນທາງຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ.

        “ຈຳນວນເງິນທີ່ເກັບມາໄດ້ຈາກລາຍການສົ່ງຂໍ້ຄວາມ ບໍ່ພຽງແຕ່ໄດ້ຊ່ອງແສງໃຫ້ເຫັນນ້ຳໃຈ, ໜ້າທີ່ຄວາມຮັບຜິດຊອບຂອງປະຊາຄົມສັງຄົມ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເທົ່ານັ້ນ, ຫາກຍັງເຮັດໃຫ້ຊາວ ຫວຽດນາມ ແລະ ເພື່ອນມິດສາກົນຫຼາຍຄົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບໄພພິບັດທາງພິດສີສົ້ມຢູ່ ຫວຽດນາມ ແລະ ພາລະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເຄມີ ໂດຍ ອາເມລິກາ ກໍ່ຂຶ້ນ ຂອງພັກ, ລັດ ແລະ ປະຊາຊົນ. ພວກເຮົາຈົ່ງສົ່ງຂໍ້ຄວາມເພື່ອສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.

        ລາຍການໄດ້ຜັນຂະຫຍາຍແຕ່ວັນທີ 20 ກໍລະກົດ ຫາວັນທີ 19 ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ