(ພາບປະກອບ)
|
(vovworld)- ພິທີ ປຸກລະດົມສັບປະດາແຫ່ງຊາດກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ, ອັກຄີໄພ ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 16/3 ຢູ່ແຂວງເທື່ອທຽນເຫ້ວ. ກ່າວຄຳເຫັນທີ່ພິທີ, ທ່ານນາງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນເນັ້ນໜັກວ່່າໃນໄລຍະທີ່ຈະເຖິງ, ບັນດາຂະແໜງການ, ທ້ອງຖິ່ນຕ່າງໆຈົ່ງປ່ຽນແປງໃໝ່ວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ - ການປ້ອງກັນ ແລະ ຕ້ານເຫດລະເບີດ, ອັກຄີໄພ; ປະສານສົມທົບ ບັນດາໂຄງການຮັບປະກັນຄວາມປອດໄພ, ຫຼັກອະນາໄມໃນການ ອອກແຮງງານ ກັບບັນດາໂຄງການປ້ອງກັນ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຮັກສາສິ່ງແວດລ້ອມ. ທ່ານນາງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນເນັ້ນໜັກວ່່າ : (ເທບ)
“ ຂ້າພະເຈົ້າຫວັງວ່າ ອຳນາດການປົກຄອງຂັ້ນຕ່າງໆ, ຜູ້ນຳໃຊ້ແຮງງານ, ແລະ ຊາວຜູຄ້ອອກແຮງງານຈົ່ງຈັດຕັ້ງການເຄື່ອນໄຫວທີ່ແທດຈິງ ເພື່ອຕອບສະໜອງສັບປະດາແຫ່ງຊາດປີນີ້. ພ້ອມກັນນັ້ນ, ກໍຜັນຂະຫຍາຍບັນດາວິທີການແກ້ໄຂຢ່າງຄົບຊຸດເພື່ອຈຸດໝາຍເບິ່ງແຍງດູແລສຸຂະພາບຂອງຄົນງານ ”