(ພາບປະກອບ)
(vovworld)- ພາຍຫຼັງໄດ້ຜັນຂະຫຍາຍການຮັບເອົາຄຳເຫັນຂອງປະຊາຊົນເປັນເວລາ 2 ເດືອນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຮັບຄຳເຫັນຂອງກ່ວາ 6 ລ້ານເທື່ອຄົນປະກອບເຂົ້າໃນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນັ້ນແມ່ນຂ່າວຖືກປະກາດທີ່ການປະຊຸມຂ່າວປະຈຳໄຕມາດທີ 1 ປີ 2013 ຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຊື່ງຈັດຂຶ້ນໃຕອນເຊົ້າວັນທີ 12/4 ຢູ່ຮ່າໂນ້ຍ. ທີ່ການປະຊຸມຂ່າວ, ທ່ານ ດ່າວຈູງຈິງ, ຮອງຫົວໜ້າກົມໃຫ່ຍຄຸ້ມຄອງທີ່ດິນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ: ສອງເນື້ອໃນໃນຮ່າງກົດໝາຍໄດ້ຮັບຄຳເຫັນປະກອບຫຼາຍກ່ວາໝູ່ແມ່ນບັນຫາຖອນຄືນທີ່ດິນ, ການຊົດເຊີຍໜູນຊ່ວຍການຕັ້ງຖິ່ນຖານຄົງທີ່ຄືນໃໝ່ ຂະນະທີ່ລັດຖອນຄືນທີ່ດິນ. ມອບທີ່ດິນ, ໃຫ້ເຊົ່າທີ່ດິນ ແລະ ຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ພວມຮີບເຮັ່ງເພີ່ມເຕີມ, ປັບປຸງຕາມຄຳເຫັນຂອງປະຊາຊົນເພື່ອສືບຕໍ່ສຳເລັດຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ສະໄໝປະຊຸມເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.