“ເວທີປາໄສນັກຊ່ຽວຊານປັນຍາຊົນຫວຽດນາມ ຢູ່ຕ່າງປະເທດກັບການພັດທະນາເສດຖະກິດ ແລະ ການເຊື່ອມໂຍງຂອງຫວຽດນາມ ໄລຍະ 2016-2020“
|
(vovworld) - ຕອນເຊົ້າວັນທີ 7/6, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ສົມທົບກັບຄະນະເສດຖະກິດສູນກາງໄດ້ຈັດຕັ້ງ “ເວທີປາໄສນັກຊ່ຽວຊານປັນຍາຊົນຫວຽດນາມ ຢູ່ຕ່າງປະເທດກັບການພັດທະນາເສດຖະກິດ ແລະ ການເຊື່ອມໂຍງຂອງຫວຽດນາມ ໄລຍະ 2016-2020“ ດ້ວຍຫົວຂໍ້ “ຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມ ໃນພື້ນຖານເສດຖະກິດທົ່ວໂລກ. ທີ່ເວທີປາໄສບັນດາຜູ້ແທນປຶກສາຫາລືຫຼາຍບັນຫາເຊັ່ນ: ການສ້າງໂຄງປະກອບເສດຖະກິດຄືນໃໝ່, ຮູບແບບເຕີບໂຕຂອງຫວຽດນາມ, ຍົກສູງຄວາມສາມາດຄຸ້ມຄອງ, ການປະຕິຮູບລະບົບການເງິນທະນາຄານ, ພາສີ ແລະ ນະໂຍບາຍພັດທະນາອຸດສາຫະກຳ, ກະສິກຳ, ວິສາຫະກິດ…ຕາມທ່ານ ເວືອງດິ່ງເຫວ໋, ຫົວໜ້າຄະນະເສດຖະກິດສູນກາງແລ້ວ, ໃນວິວັດແຫ່ງການເຊື່ອມໂຍງ, ທ່າໄດ້ປຽບຂອງຫວຽດນາມ ນັ້ນແມ່ນມະນຸດ ແລະ ອົງປະກອບພົນລະເຮືອນ, ດ້ວຍກຳລັງແຮງງານໜຸ່ມ, ຫຼາຍ, ມີລະດັບຄວາມຮູ້, ມີການພົວພັນກັບປັນຍາຊົນສາກົນ. ທ່ານ ເວືອງດິ່ງເຫວ໋, ຫົວໜ້າຄະນະເສດຖະກິດສູນກາງເນັ້ນໜັກວ່າ:
“ພວກຂ້າພະເຈົ້າສະເໜີບັນດາຜູ້ແທນ, ບັນດານັກວິທະຍາສາດສຸມໃສ່ຕີລາຄາກ່ຽວກັບຈຸດພິເສດ, ທ່າອ່ຽງຂອງສະພາບເສດຖະກິດພາຍໃນ ແລະ ຕ່າງປະເທດໃນປະຈຸບັນ. ສິ່ງດັ່ງກ່າວມີການກະທົບຄືແນວໃດເຖິງການຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມ, ຫຼືບັນຫາປ່ຽນໃໝ່ຮູບແບບເຕີບໂຕ. ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ບັນດາບັນຫາທີ່ພວກເຮົາເອົາໃຈໃສ່ທີ່ສຸດນັ້ນແມ່ນຂົງເຂດການເງິນທະນາຄານ, ລັດວິສາຫະກິດ“.