ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ຢູແກຼນ
ຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊີນ ມີການເຮັດວຽກ ກັບລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Pavlo Lebedev
(ພາບ: Đoan Hải)
(vovworld) - ຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊີນ ນຳໜ້າ, ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຢູແກຼນ ແຕ່ວັນທີ 4 – 7/12. ໃນວັນທີ 4/12, ຄະນະ ມີການເຮັດວຽກກັບລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Pavlo Lebedev. 2 ຝ່າຍປາດຖະໜາຢາກເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ ເພື່ອແນໃສ່ແບ່ງປັນບົດຮຽນໃນການຮ່ວມມືດ້ານການທະຫານ, ຍູ້ແຮງການເຈລະຈາ ແລະ ປະຕິບັດບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືປ້ອງກັນປະເທດຮັບປະກັນຜົນປະໂຫຍດຂອງທັງ 2 ປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຮິ່ງງອກເຊີນ ສະເໜີໃຫ້ກະຊວງປ້ອງກັນປະເທດ ຢູແກຼນ ສະຫງວນໃຫ້ ຫວຽດນາມບັນດາທຶນສຶກສາບຳລຸງສ້າງດ້ານການທະຫານຢູ່ຮາກຖານບຳລຸງສ້າງຂອງ ຢູແກຼນ, ແບ່ງປັນບົດຮຽນໃນການຮ່ວມມືການທະຫານສາກົນ ແລະ ຊ່ວຍ ຫວຽດນາມ ໃນວິວັດການກະກຽມ, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ຫວຽດນາມ ກໍ່ຫວັງວ່າ: ກະຊວງປ້ອງກັນປະເທດ ຢູແກຼນ ຈະສົ່ງພະນັກງານເຂົ້າຮ່ວມບັນດາຊຸດຮຽນພາສາ ຫວຽດນາມ ແລະ ຊຸດຮຽນສະຫງວນໃຫ້ເຈົ້າໜ້າທີ່ປ້ອງກັນປະເທດ ບັນດາປະເທດຢູ່ ຫວຽດນາມ.
ກ່ອນໜ້ານັ້ນ, ຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ວິທະຍາຄານການທະຫານ ຢູແກຼນ ແລະ ມີການໂອ້ລົມສົນທະນາກັບພະນັກງານ ສະຖານທູດຫວຽດນາມ ປະຈຳ ຢູແກຼນ.