ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ເຂດໄຕບັກ
ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີຫວຽດນາມ
ພາບ:chinhphu.vn
|
(vovworld)- ກອງປະຊຸມຫົວເລື່ອງສະເພາະ“ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ດຶງດູດບັນດາໂຄງການຫນູນຊ່ວຍພັດທະນາຢ່າງເປັນທາງການ( ODA), ໂຄງການຂອງອົງການບໍ່ຂຶ້ນກັບລັດຖະບານ(NGO) ເຂົ້າເຂດໄຕບັກ(ໝາຍເຖິງທາງທິດຕາເວັນຕົກສຽງເຫນືອຫວຽດນາມ) ໂດຍຄະນະຊີ້ນຳເຂດໄຕບັກສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 14/12 ຢູ່ ແຂວງ ຟູທໍ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນຳເຂດ ໄຕບັກ ໄດ້ຢືນຢັນວ່າ: ຍາມໃດພັກ, ລັດ ເອົາໃຈໃສ່ເປັນພິເສດເຖິງເຂດໄຕບັກ ດ້ວຍຫລາຍນະໂຍບາຍບຸລິມະສິດກ່ຽວກັບການພັດທະນາເສດຖະກິດສັງຄົມ, ເປັນຕົ້ນແມ່ນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ. ບັນດາແຂວງ ໄຕບັກ ຄວນຊອກຫາມາດຕະການມີປະສິດທິຜົນເພື່ອລະດົມບັນດາແຫລ່ງກຳລັງໃຫ້ແກ່ການລົງທຶນພັດທະນາເຂດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈງວ່າ:“ຂ້າພະເຈົ້າສະເຫນີບັນດາກະຊວງ, ຂະແຫນງການສູນກາງ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ບັນດາສະຖານທູດ, ນັກລົງທຶນຕ່າງປະເທດສືບຕໍ່ເອົາໃຈໃສ່ຫນູນຊ່ວຍເຂດໄຕບັກ ບັນດາເງື່ອນໄຂເພື່ອພັດທະນາໃນໄລຍະຈະມາເຖິງ, ພິເສດແມ່ນການລົງທຶນໂດຍກົງໃຫ້ແຂງແຮງກວ່າ, ເຂົ້າໃນຫລາຍຂົງເຂດກວ່າ.”
ສ່ວນທ່ານ ເຈືອງຊວນກື, ຮອງຫົວຫນ້າຄະນະຊີ້ນຳເຂດໄຕບັກຖືວ່າ: “ຄຳຮຽກຮ້ອງຕ້ອງການທີ່ມີລັກສະນະຍຸດທະສາດ ນັ້ນແມ່ນບັນດາແຂວງ ໄຕບັກ ຕ້ອງສ້າງບັນດານະໂຍບາຍລົງທຶນໃຫ້ເໝາະສົມ, ຕິດພັນກັບການລະດົມບັນດາແຫລ່ງກຳລັງພາຍໃນປະເທດ ກັບການລະດົມແຫລ່ງກຳລັງຈາກພາຍນອກ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ດຶງດູດບັນດາໂຄງການ ODA, NGO ແລະ ມີນະໂຍບາຍບຸລິມະສິດພິເສດເພື່ອດຶງດູດທຶນ ODA, FDI, ທຶນພາຍໃນປະເທດ, ພັດທະນາການຮ່ວມມືເສດຖະກິດກັບຈີນ, ລາວ, ນະໂຍບາຍເສດຖະກິດດ່ານຊາຍແດນ.”