ປະກອບຄວາມເຫັນກ່ຽວກັບການປະກາດກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານທາງເຄືອຂ່າຍອີນເຕີແນັດ
(ພາບປະກອບ)
(vovworld) – ຮ່າງປະມວນກົດໝາຍຄວາມປອດໄພດ້ານສື່ສານທາງເຄືອຂ່າຍອີນເຕີແນັດ ແມ່ນເນື້ອໃນຕົ້ນຕໍເຊິ່ງບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ປຶກສາຫາລື, ຢູ່ຮ່າໂນ້ຍ, ໃນຕອນເຊົ້າວັນທີ 29/10. ຮ່າງກົດໝາຍກຳນົດກ່ຽວກັບການເຄື່ອນໄຫວຮັບປະກັນປອດໄພດ້ານສ່ືສານທາງເຄືອຂ່າຍອີນເຕີແນັດ, ລວມມີການຮັບປະກັນຄວາມປອດໄພດ້ານສື່ສານທາງເຄືອຂ່າຍອີນເຕີແນັດ; ກົດລັບພົນລະເມືອງ, ມາດຕະຖານ, ມາດຖານດ້ານເຕັກນິກກ່ຽວກັບຄວາມປອດໄພດ້ານສ່ືສານ; ດຳເນີນເນີນທຸລະກິດໃນຂົງເຂດຮັບປະກັນຄວາມປອດໄພດ້ານສື່ສານ; ພັດທະນາແຫຼ່ງຊັບພະຍາກອນມະນຸດຮັບປະກັນຄວາມປອດໄສດ້ານສ່ືສານ; ການຄຸ້ມຄອງລັດກ່ຽວກັບການຮັບປະກັນຄວາມປອດໄພດ້ານສ່ືສານ; ສິດ ແລະ ພັນທະຂອງອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມການເຄື່ອນໄຫວຮັບປະກັນຄວາມປອດໄພດ້ານສ່ືສານ.
ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ເລື່ອງປະກາດໃຊ້ກົດໝາຍດັ່ງກ່າວ ຈະປະກອບສ່ວນປັບປຸງພື້ນຖານດ້ານນິຕິກຳກ່ຽວກັບຄວາມປອດໄພດ້ານສ່ືສານ, ສ້າງເງື່ອນໄຂພັດທະນາສະຖຽນລະພາບ, ສະເໝີພາບໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ພວມເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ, ປະກອບສ່ວນເພີ່ມທະວີບົດບາດ, ໜ້າທ່ີຂອງບັນດາອົງການຄຸ້ມຄອງລັດ ໃນຂົງເຂດຮັບປະກັນຄວາມປອດໄພດ້ານສ່ືສານ. ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບປະກັນຄວາມປອດໄພດ້ານສ່ືສານ, ສະມາຊິກສະພາແຫ່ງຊາດບາງທ່ານ ໄດ້ເຫັນດີຕໍ່ ແຜນນະໂຍບາຍຕ້ອງສຸມແຫຼ່ງກຳລັງ ເພື່ອກໍ່ສ້າງບັນດານັກຊ່ຽວຊານ, ວິສະວະກອນ, ນັກເຕັກນິກເກັ່ງກ່ຽວກັບຮັບປະກັນຄວາມປອດໄພດ້ານສ່ືສານທາງເຄືອຂ່າຍອີນເຕີແນັດ.