ພາບປະກອບ
(vovworld) – ວັນທີ 22/2, ສະມາຄົມຊາວກະສີກອນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ກອງປະຊຸມ, ທ່ານ ໂດວັນທຽນ, ປະທານສະມາຄົມຊາວກະສີກອນຕາແສງ ລິງດົ່ງ, ເມືອງ ຖູດຶກ ໄດ້ເຕື້ອງເຖິງມາດຕາ 34 ຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງທີ່ວ່າ: “ທຸກຄົນມີສິດເສລີໃນການດຳເນີນທຸລະກິດ“. ທ່ານ ໂດວັນທຽນ ຖືວ່າ “ຄວາມເສລີໃນການດຳເນີນທຸລະກິດ“ ໝາຍຄວາມວ່າທຸກຄົນສາມາດດຳເນີນທຸລະກິດໃນທຸກຂົງເຂດ, ສິນຄ້າ, ການບໍລິການ ໂດຍບໍ່ມີການຈຳກັດ. ດັ່ງນັ້ນຄວນເພີ່ມເຕີມວ່າ “ທຸກຄົນມີສິດເສລີໃນການດຳເນີນທຸລະກິດຕາມກຳນົດຂອງກົດໝາຍ“ ຈິ່ງມີຄວາມຄົບຖ້ວນຢ່າງແທ້ຈິງ.
ໃນວັນດຽວກັນ, ແຂວງກວາງຫງາຍ ກໍ່ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບໃຫ້ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ພັນຕີ ເລມິເຊີນ, ຮອງເສນາທິການກອງບັນຊາການທະຫານຊາຍແດນແຂວງກວາງຫງາຍ, ປະກອບຄຳເຫັນວ່າ:
“ໃນພາກທີ 4 ມີ 5 ມາດຕາ ແຕ່ໃນມາດຕາ 69 ຂ້າພະເຈົ້າເຫັນວ່າຄວນເພີ່ມເຕີມວ່າ ການປົກປັກຮັກສາປະເທດຊາດ ບໍ່ພຽງແຕ່ແມ່ນພາລະກິດຂອງທົ່ວປວງຊົນເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບຂອງພົນລະເມືອງທຸກຄົນ, ເພື່ອສະແດງໃຫ້ເຫັນວ່າ ການປົກປັກຮັກສາປະເທດຊາດ ແມ່ນມີຄວາມສຳຄັນສຳລັບພົນລະເມືອງແຕ່ລະຄົນທີ່ດຳລົງຊີວິດໃນປະເທດດຽວ“.
ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ຮ່ວາບິ່ງ ກໍ່ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນທີ່ປະກອບໃຫ້ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບົດບາດຂອງພັກ, ການຮັກສາລັດຖະທຳມະນູນ, ກໍ່ສ້າງສັງຄົມແຫ່ງການຮຳ່ຮຽນ, ບັນຫາຕິດຕາມກວດກາ, ການໄຈ້ແຍກຕີລາຄາສັງຄົມ, ການຄຸ້ມຄອງລັດກ່ຽວກັບດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ບັນຫາທີ່ດິນ ແລະ ການສົມລົດ, ຄອບຄົວ, ສັນຊາດ….